-
1 ຊາມູເອນ 25:29ຄຳພີໄບເບິນສະບັບແປໂລກໃໝ່
-
-
29 ເຖິງວ່າຈະມີຄົນໄລ່ລ່າຂ້າທ່ານ ແຕ່ພະເຢໂຫວາພະເຈົ້າຂອງທ່ານຈະປົກປ້ອງທ່ານຄືກັບຄົນທີ່ປົກປ້ອງສິ່ງທີ່ມີຄ່າແລະຫໍ່ໄວ້ໃນຖົງ. ແຕ່ພວກສັດຕູຂອງທ່ານ ເພິ່ນຈະແກວ່ງຖິ້ມຄືກັບເອົາເຊືອກແກວ່ງກ້ອນຫີນໄປໄກໆ.
-
-
1 ຊາມູເອນ 26:9, 10ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ແຕ່ດາວິດບອກອາບີຊາຍວ່າ: “ຢ່າເຮັດຫຍັງໃຫ້ລາວ ເພາະຄົນທີ່ທຳຮ້າຍຜູ້ທີ່ພະເຢໂຫວາເລືອກ+ຈະມີຄວາມຜິດ.”+ 10 ດາວິດເວົ້າຕໍ່ວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ວ່າພະເຢໂຫວາຈະເປັນຜູ້ຂ້າລາວເອງ+ ຫຼືຮອດມື້ຕາຍ+ລາວກໍຈະຕາຍເອງ ຫຼືບໍ່ກໍຕາຍໃນສະໜາມຮົບ.+
-