ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 19:5
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງ​ເຮົາ​ແທ້​ໆ​ແລະ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເຮົາ ພວກ​ເຈົ້າ​ຈະ​ເປັນຊັບ​ສົມບັດ​ພິເສດ*ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອກ​ໄວ້+ ເພາະ​ທຸກ​ສິ່ງ​ໃນ​ໂລກ​ເປັນ​ຂອງ​ເຮົາ.+

  • ອົບພະຍົບ 31:16, 17
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ພວກ​ອິດສະຣາເອນ​ຕ້ອງ​ຖື​ວັນ​ຊະບາໂຕ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ນີ້​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຕໍ່​ໆ​ໄປ. ນີ້​ແມ່ນ​ຄຳ​ສັນຍາ​ຕະຫຼອດໄປ. 17 ວັນ​ຊະບາໂຕ​ຈະ​ເປັນ​ສັນຍະລັກ​ລະຫວ່າງ​ເຮົາ​ກັບ​ພວກ​ອິດສະຣາເອນ​ຕະຫຼອດໄປ+ ເພາະ​ພະ​ເຢໂຫວາ​ສ້າງ​ຟ້າ​ກັບ​ໂລກ​ພາຍ​ໃນ 6 ມື້ ແລະ​ໃນມື້​ທີ 7 ເພິ່ນ​ໄດ້​ພັກຜ່ອນ.’”+

  • ພະບັນຍັດ 4:8
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ມື້​ນີ້​ຂ້ອຍ​ຊິ​ສອນ​ຂໍ້​ກຳນົດ​ກົດ​ໝາຍ​ທີ່​ຖືກຕ້ອງ​ສົມບູນ​ໃຫ້​ພວກ​ເຈົ້າ.+ ມີ​ຊາດ​ໃດ​ບໍ​ທີ່​ມີ​ກົດ​ໝາຍ​ທີ່​ດີ​ແບບ​ນີ້?

  • 1 ຂ່າວຄາວ 17:21
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ມີ​ຊາດ​ໃດ​ໃນ​ໂລກ​ນີ້​ທີ່​ຄື​ກັບ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ພະອົງ​ບໍ?+ ພະເຈົ້າ​ທ່ຽງ​ແທ້​ໄດ້​ໄຖ່​ເຂົາ​ເຈົ້າ​ມາ​ເປັນ​ປະຊາຊົນ​ຂອງ​ພະອົງ.+ ພະອົງ​ສ້າງ​ຊື່ສຽງ​ໃຫ້​ໂຕເອງ​ໂດຍ​ການ​ເຮັດ​ສິ່ງ​ທີ່​ເປັນ​ຕາງຶດ​ແລະ​ອັດສະຈັນ.+ ພະອົງ​ໄລ່​ຊາດ​ຕ່າງ​ໆ​ອອກ​ໄປ​ຕໍ່​ໜ້າ​ປະຊາຊົນ+​ທີ່​ພະອົງ​ໄຖ່​ອອກ​ຈາກ​ເອຢິບ.

  • ໂຣມ 3:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ຄົນ​ຢິວ​ໄດ້​ປຽບ​ຄົນ​ອື່ນ​ແນວ​ໃດ ຫຼື​ການ​ຮັບ​ສິນຕັດ*​ມີ​ປະໂຫຍດ​ຫຍັງ? 2 ຄົນ​ຢິວ​ໄດ້​ປຽບ​ຫຼາຍ​ຢ່າ​ງ. ຢ່າງ​ທຳອິດ​ແມ່ນ​ພະເຈົ້າ​ມອບ​ພະຄຳພີ​ສັກສິດ*​ໃຫ້​ເຂົາເຈົ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌