-
ປະຖົມມະການ 20:6ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ພະເຈົ້າທ່ຽງແທ້ເວົ້າກັບລາວໃນຄວາມຝັນອີກວ່າ: “ເຮົາຮູ້ວ່າເຈົ້າບໍ່ໄດ້ຕັ້ງໃຈເຮັດຜິດ ເຮົາຈຶ່ງມາຫ້າມບໍ່ໃຫ້ເຈົ້າເຮັດຜິດຕໍ່ເຮົາແລະບໍ່ໃຫ້ເຈົ້ານອນນຳລາວ.
-
-
2 ຂ່າວຄາວ 26:16-18ຄຳພີໄບເບິນສະບັບແປໂລກໃໝ່
-
-
16 ແຕ່ເມື່ອມີອຳນາດແລ້ວ ລາວກໍກາຍເປັນຄົນຈອງຫອງຈົນເຮັດໃຫ້ໂຕເອງຈິບຫາຍ. ລາວເຮັດຜິດຕໍ່ພະເຢໂຫວາພະເຈົ້າຂອງລາວ ໂດຍເຂົ້າໄປໃນວິຫານຂອງພະເຢໂຫວາເພື່ອເຜົາເຄື່ອງຫອມຢູ່ແທ່ນເຜົາເຄື່ອງຫອມ.+ 17 ປະໂລຫິດອາຊາຣີຢາກັບປະໂລຫິດຂອງພະເຢໂຫວາອີກ 80 ຄົນກໍຟ້າວນຳລາວເຂົ້າໄປ. 18 ເຂົາເຈົ້າຫ້າມອຸດຊີຢາແລະບອກລາວວ່າ: “ທ່ານບໍ່ຄວນເຮັດແບບນີ້. ທ່ານບໍ່ຄວນເຜົາເຄື່ອງຫອມໃຫ້ພະເຢໂຫວາ+ເພາະວ່າມັນບໍ່ແມ່ນໜ້າທີ່ຂອງທ່ານ ແຕ່ເປັນໜ້າທີ່ຂອງພວກປະໂລຫິດທີ່ເປັນລູກຫຼານຂອງອາໂຣນ+ທີ່ເຮັດໃຫ້ໂຕເອງສະອາດແລ້ວ*ເທົ່ານັ້ນ. ໃຫ້ທ່ານອອກໄປຈາກບ່ອນບໍລິສຸດນີ້. ເຖິງທ່ານຈະເຜົາເຄື່ອງຫອມຢູ່ແທ່ນບູຊາ ແຕ່ພະເຢໂຫວາພະເຈົ້າຈະບໍ່ໃຫ້ກຽດທ່ານ ຍ້ອນທ່ານບໍ່ເຊື່ອຟັງເພິ່ນ.”
-