ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 6:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 “ຕໍ່​ໄປ​ນີ້​ແມ່ນ​ກົດ​ໝາຍ ຂໍ້​ກຳນົດ ແລະ​ຄຳ​ສັ່ງ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໃຫ້​ໄວ້​ເພື່ອ​ສັ່ງ​ສອນ​ເຈົ້າ. ເຈົ້າ​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ເຫຼົ່ານີ້​ເມື່ອ​ຂ້າມ​ແມ່​ນ້ຳ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເພິ່ນ​ຈະ​ເອົາ​ໃຫ້. 2 ເຈົ້າ​ຕ້ອງ​ຢ້ານຢຳ​ພະ​ເຢໂຫວາພະເຈົ້າຂອງເຈົ້າ ເຮັດ​ຕາມ​ກົດ​ໝາຍ ແລະ​ຄຳ​ສັ່ງ​ຂອງ​ເພິ່ນ ທັງເຈົ້າກັບລູກຫຼານຂອງເຈົ້າ.+ ຖ້າ​ເຈົ້າ​ເຮັດ​ແບບ​ນີ້​ທຸກ​ມື້ ເຈົ້າ​ກໍ​ຈະ​ມີ​ອາຍຸ​ຍືນ​ຍາວ.+

  • ພະບັນຍັດ 30:19, 20
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ຂ້ອຍ​ໃຫ້​ຟ້າ​ກັບ​ດິນ​ເປັນ​ພະຍານ​ໃນ​ມື້​ນີ້​ວ່າ ຂ້ອຍ​ໃຫ້​ເຈົ້າ​ເລືອກ​ລະຫວ່າງ​ຊີວິດ​ກັບ​ຄວາມ​ຕາຍ ຄຳ​ອວຍພອນ​ກັບ​ຄຳ​ສາບແຊ່ງ.+ ຂໍ​ໃຫ້​ເຈົ້າ​ເລືອກ​ຊີວິດ+ເພື່ອ​ເຈົ້າ​ກັບ​ລູກ​ຫຼານ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່+ 20 ໂດຍ​ການ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ+ ເຊື່ອ​ຟັງ​ເພິ່ນ ແລະ​ສັດຊື່​ຕໍ່​ເພິ່ນ​ສະເໝີ+ ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ຊີວິດ​ເຈົ້າ ແລ້ວເຈົ້າ​ຈະ​ມີ​ຊີວິດຍືນ​ຍາວ​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ອັບຣາຮາມ ອີຊາກ ແລະ​ຢາໂຄບ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ເຈົ້າ.”+

  • 1 ເປໂຕ 3:10-12
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ພວກ​ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້ ຍ້ອນ​ມີ​ຄຳ​ຂຽນ​ໄວ້​ວ່າ “ຄົນ​ທີ່​ຢາກ​ມີ​ຊີວິດ​ທີ່​ດີ​ແລະ​ຢາກ​ມີ​ອາຍຸ​ຍືນ​ຍາວ​ກໍ​ຕ້ອງ​ລະວັງ​ຢ່າ​ເວົ້າ​ຫຍັງ​ທີ່​ບໍ່​ດີ+​ແລະ​ຢ່າ​ເວົ້າ​ຫຼອກລວງ. 11 ໃຫ້​ລາວ​ເຊົາ​ເຮັດ​ຊົ່ວ+ ແຕ່​ໃຫ້​ເຮັດ​ດີ.+ ໃຫ້​ລາວ​ສ້າງ​ສັນຕິ​ກັບ​ຄົນ​ອື່ນ​ແລະ​ເຮັດ​ແບບ​ນັ້ນ​ຕໍ່​ໆ​ໄປ.+ 12 ຍ້ອນ​ພະ​ເຢໂຫວາ*​ເຝົ້າ​ເບິ່ງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ເພິ່ນ​ຟັງ​ຄຳ​ອ້ອນ​ວອນ​ຂອງ​ເຂົາ​ເຈົ້າ+ ແຕ່​ພະ​ເຢໂຫວາ*​ບໍ່​ຍອມຮັບ​ຄົນ​ທີ່​ເຮັດ​ຊົ່ວ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌