-
ເອັດສະເທີ 7:10ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ເຂົາເຈົ້າຈຶ່ງເອົາຮາມານໄປແຂວນໄວ້ເທິງເສົາທີ່ລາວກຽມໄວ້ສຳລັບມໍເດກາຍ. ຈາກນັ້ນ ກະສັດກໍເຊົາໃຈຮ້າຍ.
-
-
ເພງສັນລະເສີນ 35:7, 8ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ຍ້ອນເຂົາເຈົ້າເຊື່ອງຕານ່າງໄວ້ຈັບລູກໂດຍບໍ່ມີເຫດຜົນ
ເຂົາເຈົ້າຂຸດຂຸມໄວ້ດັກລູກທັງໆທີ່ລູກບໍ່ໄດ້ເຮັດຫຍັງຜິດ
8 ຂໍໃຫ້ເຂົາເຈົ້າເຈິຄວາມຈິບຫາຍແບບບໍ່ທັນຕັ້ງໂຕ.
ຂໍໃຫ້ເຂົາເຈົ້າຕິດກັບດັກຕານ່າງທີ່ເຂົາເຈົ້າເຊື່ອງໄວ້.
ຂໍໃຫ້ເຂົາເຈົ້າຕິດຢູ່ຫັ້ນແລະຖືກທຳລາຍ.+
-
-
ເພງສັນລະເສີນ 57:6ຄຳພີໄບເບິນສະບັບແປໂລກໃໝ່
-
-
ເຂົາເຈົ້າຂຸດຂຸມໄວ້ໃນທາງທີ່ລູກຈະໄປ
ແຕ່ເຂົາເຈົ້າພັດຕົກລົງໄປໃນຂຸມນັ້ນເອງ.+ (ເຊລາ)
-
-
ສຸພາສິດ 26:27ຄຳພີໄບເບິນສະບັບແປໂລກໃໝ່
-
-
27 ຄົນທີ່ຂຸດຂຸມຈະຕົກລົງໄປໃນຂຸມ
ແລະຄົນທີ່ກິ້ງຫີນໄປຈະຖືກຫີນກິ້ງກັບມາທັບ.+
-