-
ກິດຈະການ 4:25-28ຄຳພີໄບເບິນສະບັບແປໂລກໃໝ່
-
-
25 ພະອົງໃຊ້ພະລັງບໍລິສຸດເວົ້າຜ່ານທາງດາວິດຜູ້ຮັບໃຊ້ຂອງພະອົງທີ່ເປັນປູ່ຍ່າຕານາຍຂອງພວກເຮົາ+ວ່າ ‘ເປັນຫຍັງປະເທດຕ່າງໆຈຶ່ງຮູ້ສຶກບໍ່ພໍໃຈ? ເປັນຫຍັງຄົນຈຶ່ງຄິດວາງແຜນແຕ່ເລື່ອງທີ່ບໍ່ມີປະໂຫຍດ? 26 ພວກກະສັດໃນໂລກຕັ້ງໂຕເປັນສັດຕູ ແລະພວກຜູ້ປົກຄອງກໍລວມໂຕກັນ*ເພື່ອຕໍ່ຕ້ານພະເຢໂຫວາ*ແລະຜູ້ທີ່ເພິ່ນແຕ່ງຕັ້ງ.’*+ 27 ແລ້ວກໍເປັນແບບນັ້ນແທ້ໆ ທັງເຮໂຣດກັບປົນຕີໂອປີລາດ+ ແລະຄົນຕ່າງຊາດກັບຄົນອິດສະຣາເອນໄດ້ມາລວມກັນໃນເມືອງນີ້ ເພື່ອຕໍ່ຕ້ານຜູ້ຮັບໃຊ້ທີ່ບໍລິສຸດຂອງພະອົງ ເຊິ່ງແມ່ນພະເຢຊູຜູ້ທີ່ພະອົງເລືອກໄວ້.+ 28 ເຂົາເຈົ້າເຮັດແບບທີ່ພະອົງໄດ້ບອກໄວ້ລ່ວງໜ້າ. ສິ່ງນີ້ເກີດຂຶ້ນຍ້ອນພະອົງມີອຳນາດແລະຍ້ອນເປັນຄວາມຕັ້ງໃຈຂອງພະອົງ.+
-