-
ປະຖົມມະການ 1:29ຄຳພີໄບເບິນສະບັບແປໂລກໃໝ່
-
-
29 ຈາກນັ້ນ ພະເຈົ້າກໍເວົ້າວ່າ: “ເຮົາໃຫ້ພືດຜັກຕ່າງໆ ແລະໃຫ້ຕົ້ນໄມ້ກິນໝາກກັບເຈົ້າ ເພື່ອເປັນອາຫານຂອງເຈົ້າ.+
-
-
ເພງສັນລະເສີນ 144:3ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ພະເຢໂຫວາເອີ້ຍ ມະນຸດແມ່ນໃຜທີ່ພະອົງຈະຕ້ອງໃສ່ໃຈ?
ລູກຂອງມະນຸດແມ່ນໃຜທີ່ພະອົງຈະຕ້ອງສົນໃຈ?+
-
-
ມັດທາຍ 6:30ຄຳພີໄບເບິນສະບັບແປໂລກໃໝ່
-
-
30 ຖ້າວ່າດອກໄມ້ໃບຫຍ້າໃນທົ່ງທີ່ຢູ່ໄດ້ແຕ່ມື້ດຽວແລ້ວມື້ອື່ນກໍຖືກຈູດຖິ້ມ ພະເຈົ້າຍັງເຮັດໃຫ້ມັນງາມປານນີ້ ເພິ່ນກໍແຮ່ງຈະໃຫ້ພວກເຈົ້າມີເຄື່ອງນຸ່ງຫຼາຍໆໂຕໃສ່ບໍ່ແມ່ນບໍ? ພວກເຈົ້າຄືມີຄວາມເຊື່ອໜ້ອຍແທ້!
-
-
ເຮັບເຣີ 2:6-8ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ແຕ່ມີຜູ້ໜຶ່ງຢືນຢັນເລື່ອງນີ້ໄວ້ວ່າ: “ເປັນຫຍັງພະອົງຈຶ່ງສົນໃຈມະນຸດທີ່ບໍ່ມີຄ່າ ຫຼືເປັນຫຍັງພະອົງຈຶ່ງຢາກເບິ່ງແຍງມະນຸດ?+ 7 ພະອົງໃຫ້ລາວມີຕຳແໜ່ງຕ່ຳກວ່າທູດສະຫວັນແຕ່ໜ້ອຍດຽວ ແລະພະອົງໃຫ້ລາວມີກຽດແລະໄດ້ຮັບຄວາມນັບຖື. ພະອົງໃຫ້ລາວເບິ່ງແຍງທຸກສິ່ງທີ່ພະອົງສ້າງ. 8 ພະອົງໃຫ້ລາວຄຸ້ມຄອງສິ່ງເຫຼົ່ານັ້ນ.”+ ນີ້ໝາຍຄວາມວ່າ ເມື່ອພະເຈົ້າເຮັດໃຫ້ທຸກສິ່ງຢູ່ໃຕ້ພະເຢຊູ+ກໍບໍ່ມີຫຍັງເລີຍທີ່ບໍ່ຢູ່ໃຕ້ອຳນາດເພິ່ນ+ ເຖິງວ່າພວກເຮົາຍັງບໍ່ໄດ້ເຫັນທຸກສິ່ງຢູ່ໃຕ້ອຳນາດເພິ່ນກໍຕາມ.+
-