-
ດານີເອນ 4:30-32ຄຳພີໄບເບິນສະບັບແປໂລກໃໝ່
-
-
30 ກະສັດເວົ້າວ່າ: “ຂ້ອຍນິແຫຼະເປັນຜູ້ສ້າງເມືອງບາບີໂລນທີ່ຍິ່ງໃຫຍ່ໃຫ້ເປັນວັງຂອງຂ້ອຍ. ຂ້ອຍສ້າງມັນດ້ວຍກຳລັງແລະອຳນາດຂອງຂ້ອຍເພື່ອຂ້ອຍຈະໄດ້ຮັບກຽດທີ່ຍິ່ງໃຫຍ່.”
31 ກະສັດເວົ້າຍັງບໍ່ທັນສຸດຄວາມກໍມີສຽງມາຈາກເທິງຟ້າວ່າ: “ກະສັດເນບູກາດເນັດຊາ ມີຄຳຕັດສິນຕໍ່ທ່ານວ່າ ‘ອານາຈັກຂອງທ່ານຈະຖືກຍຶດໄປຈາກທ່ານ+ 32 ແລະທ່ານຈະຖືກໄລ່ໜີບໍ່ໃຫ້ຢູ່ນຳຄົນ. ທ່ານຈະຢູ່ກັບສັດໃນທົ່ງຫຍ້າແລະກິນຫຍ້າຄືກັບງົວ. ມັນຈະເປັນແບບນີ້ 7 ປີ ຈົນກວ່າທ່ານຈະສຳນຶກວ່າພະເຈົ້າສູງສຸດເປັນຜູ້ປົກຄອງອານາຈັກຂອງມະນຸດ ແລະເພິ່ນຈະເອົາອຳນາດການປົກຄອງໃຫ້ໃຜກໍໄດ້ຕາມທີ່ເພິ່ນຕ້ອງການ.’”+
-