ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 39:5, 6
    ຄຳພີໄບເບິນສະບັບແປໂລກໃໝ່
    •  5 ທີ່​ຈິງ ພະອົງ​ໃຫ້​ລູກ​ມີ​ຊີວິດ​ຢູ່​ໄດ້​ບໍ່​ດົນ+

      ແລະ​ສຳລັບ​ພະອົງ ຊີວິດ​ຂອງ​ລູກ​ກໍ​ສັ້ນ​ໜ້ອຍ​ດຽວ.+

      ເຖິງ​ເບິ່ງ​ຄື​ວ່າ​ມະນຸດ​ທຸກ​ຄົນ​ຢູ່​ຢ່າງ​ໝັ້ນຄົງ ແຕ່​ແທ້​ໆ​ແລ້ວ​ເຂົາເຈົ້າ​ເປັນ​ຄື​ກັບ​ລົມ​ຫາຍໃຈ​ບາດ​ດຽວ.+ (ເຊລາ)*

       6 ຊີວິດ​ຂອງ​ມະນຸດ​ເປັນ​ຄື​ກັບ​ເງົາ​ທີ່​ຢູ່​ໄດ້​ບຶດດຽວ.

      ລາວ​ແລ່ນ​ໄປ​ແລ່ນ​ມາ*​ແຕ່​ກໍ​ບໍ່​ໄດ້​ຫຍັງ.

      ເຖິງ​ວ່າ​ລາວ​ຈະ​ທ້ອນ​ເງິນ​ທ້ອນ​ຄຳ​ໄດ້​ຫຼາຍ ແຕ່​ກໍ​ບໍ່​ຮູ້​ວ່າ​ຜູ້​ໃດ​ຈະ​ໄດ້​ໃຊ້.+

  • ປັນຍາຈານ 2:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ແຕ່​ເມື່ອ​ຂ້ອຍ​ຄິດ​ກ່ຽວ​ກັບ​ທຸກ​ສິ່ງ​ທີ່​ຂ້ອຍ​ເຮັດ​ແລະ​ວຽກ​ໜັກ​ທັງໝົດ​ທີ່​ຂ້ອຍ​ເຮັດ​ດ້ວຍ​ຄວາມ​ຍາກ​ລຳບາກ+ ຂ້ອຍ​ກໍ​ໄດ້​ເຫັນ​ວ່າ​ທຸກ​ສິ່ງ​ບໍ່​ມີ​ປະໂຫຍດ​ແລະ​ເປັນ​ການ​ແລ່ນ​ໄລ່​ຕາມ​ລົມ.+ ບໍ່​ມີ​ຫຍັງ​ທີ່​ມີ​ຄ່າ​ແທ້​ໆ​*​ໃຕ້​ດວງ​ຕາເວັນ​ນີ້.+

  • ປັນຍາຈານ 2:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ຂ້ອຍ​ຊັງ​ທຸກ​ສິ່ງ​ທີ່​ຂ້ອຍ​ເຮັດ​ຢ່າງ​ຍາກ​ລຳບາກ​ໃຕ້​ດວງ​ຕາເວັນ+ ຍ້ອນ​ຂ້ອຍ​ຕ້ອງ​ປະ​ມັນ​ໄວ້​ໃຫ້​ຄົນ​ທີ່​ມາ​ນຳ​ຫຼັງ​ຂ້ອຍ.+

  • ປັນຍາຈານ 2:26
    ຄຳພີໄບເບິນສະບັບແປໂລກໃໝ່
    • 26 ພະເຈົ້າ​ທ່ຽງແທ້​ໃຫ້​ສະຕິ​ປັນຍາ ຄວາມ​ຮູ້ ແລະ​ຄວາມ​ສຸກ​ກັບ​ຄົນ​ທີ່​ເຮັດ​ໃຫ້​ເພິ່ນ​ພໍໃຈ.+ ແຕ່​ສຳລັບ​ຄົນ​ທີ່​ເຮັດ​ຜິດ ເພິ່ນ​ໃຫ້​ເຂົາ​ເຈົ້າ​ລວບລວມ​ແລະ​ສະສົມ​ສິ່ງ​ຕ່າງ​ໆ​ໄວ້​ໃຫ້​ກັບ​ຄົນ​ທີ່​ເຮັດ​ໃຫ້​ເພິ່ນ​ພໍໃຈ.+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ແລະ​ເປັນ​ການ​ແລ່ນ​ໄລ່​ຕາມ​ລົມ.

  • ລູກາ 12:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ແລ້ວ​ພະ​ເຢຊູ​ກໍ​ເວົ້າ​ກັບ​ປະຊາຊົນ​ທີ່​ຟັງ​ຢູ່​ວ່າ: “ລະວັງ​ໃຫ້​ດີ ຢ່າ​ເປັນ​ຄົນ​ໂລບ.+ ເຖິງ​ວ່າ​ຄົນ​ຜູ້​ໜຶ່ງ​ມີ​ຊັບ​ສົມບັດ​ຫຼາຍ​ໆ​ ແຕ່​ມັນ​ກໍ​ໃຫ້​ຊີວິດ​ລາວ​ບໍ່​ໄດ້.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌