ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ກະສັດ 3:28
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ເມື່ອ​ພວກ​ອິດສະຣາເອນ​ໄດ້​ຍິນ​ກ່ຽວ​ກັບ​ວິທີ​ທີ່​ກະສັດ​ໂຊໂລໂມນ​ຕັດສິນ​ຄະດີ ເຂົາ​ເຈົ້າ​ກໍ​ຮູ້ສຶກ​ງຶດ*ຫຼາຍ+ ເພາະ​ເຂົາ​ເຈົ້າ​ເຫັນ​ວ່າ​ພະເຈົ້າ​ໄດ້​ໃຫ້​ສະຕິປັນຍາ​ລາວ​ໃນ​ການ​ຕັດສິນ.+

  • 1 ກະສັດ 4:29-31
    ຄຳພີໄບເບິນສະບັບແປໂລກໃໝ່
    • 29 ພະເຈົ້າ​ໃຫ້​ໂຊໂລໂມນ​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ​ຫຼາຍ​ຄື​ກັບ​ດິນ​ຊາຍ​ຢູ່​ແຄມ​ທະເລ.+ 30 ໂຊໂລໂມນ​ມີ​ສະຕິປັນຍາ​ຫຼາຍ​ກວ່າ​ທຸກ​ຄົນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ແລະ​ທຸກ​ຄົນ​ທີ່​ຢູ່​ເອຢິບ.+ 31 ລາວ​ສະຫຼາດ​ກວ່າ​ທຸກ​ຄົນ. ລາວ​ສະຫຼາດ​ກວ່າ​ເອທານ+ຄົນ​ເຊຣາ ສະຫຼາດ​ກວ່າ​ເຮມານ+ ການໂກນ+ ແລະ​ດາຣາ​ລູກ​ຊາຍ​ຂອງ​ມາໂຮນ. ທຸກ​ຊາດ​ທີ່​ຢູ່​ອ້ອມ​ຂ້າງ​ຮູ້​ເລື່ອງ​ສະຕິປັນຍາ​ຂອງ​ກະສັດ​ໂຊໂລໂມນ.+

  • 2 ຂ່າວຄາວ 1:10-12
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ຂໍ​ໃຫ້​ລູກ​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ+​ເພື່ອ​ຈະນຳ​ໜ້າປະຊາຊົນ​ເຫຼົ່ານີ້​ໄດ້. ຄັນ​ບໍ່​ຊັ້ນ ລູກຈະປົກຄອງປະຊາຊົນ​ຂອງ​ພະອົງ​ທີ່​ມີ​ຈຳນວນ​ຫຼາຍ​ແບບ​ນີ້​ໄດ້​ແນວໃດ?”+

      11 ພະເຈົ້າ​ຈຶ່ງ​ເວົ້າ​ກັບ​ໂຊໂລໂມນ​ວ່າ: “ຍ້ອນ​ເຈົ້າ​ຂໍ​ແບບ​ນີ້ ເຈົ້າ​ບໍ່​ໄດ້​ຂໍ​ໃຫ້​ມີ​ເງິນ​ມີ​ຄຳ ໃຫ້​ຮັ່ງ​ໃຫ້​ມີ ໃຫ້​ມີ​ກຽດຕິຍົດ. ເຈົ້າ​ບໍ່​ໄດ້​ຂໍ​ໃຫ້​ຄົນ​ທີ່​ຊັງ​ເຈົ້າ​ຕາຍ ແລະ​ບໍ່​ໄດ້​ຂໍ​ໃຫ້​ມີ​ອາຍຸ​ຍືນ ແຕ່​ເຈົ້າ​ຂໍ​ໃຫ້​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ​ເພື່ອ​ຈະ​ຕັດສິນ​ປະຊາຊົນ​ຂອງ​ເຮົາທີ່​ເຮົາ​ໄດ້​ໃຫ້​ເຈົ້າປົກຄອງ.+ 12 ເຮົາ​ຈະ​ໃຫ້​ເຈົ້າ​ມີ​ສະຕິປັນຍາ​ແລະ​ມີ​ຄວາມ​ເຂົ້າໃຈ. ນອກຈາກນັ້ນ ເຮົາ​ຍັງ​ຈະ​ໃຫ້​ເຈົ້າ​ມີ​ເງິນ​ມີ​ຄຳ ໃຫ້​ຮັ່ງ​ໃຫ້​ມີ ແລະ​ໃຫ້​ມີ​ກຽດຕິຍົດ​ນຳ​ອີກ. ພວກ​ກະສັດ​ທີ່​ປົກຄອງກ່ອນ​ໜ້າ​ເຈົ້າ​ແລະ​ຫຼັງຈາກ​ເຈົ້າຈະ​ບໍ່​ມີ​ໃຜ​ທຽບ​ເຈົ້າ​ໄດ້.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌