-
ປັນຍາຈານ 2:2, 3ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ຂ້ອຍເວົ້າເຖິງການຫົວວ່າ: “ມັນເປັນເລື່ອງບ້າ”
ແລະເວົ້າເຖິງຄວາມມ່ວນຊື່ນ*ວ່າ: “ບໍ່ເຫັນຊິມີປະໂຫຍດຫຍັງ.”
3 ຂ້ອຍລອງກິນເຫຼົ້າແວງ+ຫຼາຍໆຕາມໃຈໂຕເອງ ແຕ່ບໍ່ໄດ້ກິນຫຼາຍໂພດຈົນບໍ່ມີສະຕິ. ຂ້ອຍເຖິງຂັ້ນເຮັດແນວໂງ່ໆເພື່ອຈະຮູ້ວ່າອັນໃດແມ່ນສິ່ງທີ່ດີທີ່ສຸດທີ່ມະນຸດຈະເຮັດໄດ້ໃນຊ່ວງຊີວິດສັ້ນໆໃຕ້ຟ້ານີ້.
-
-
ປັນຍາຈານ 2:12ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ແລ້ວຂ້ອຍຫັນໄປສົນໃຈເລື່ອງທີ່ເຮັດໃຫ້ສະຫຼາດກັບເລື່ອງບ້າໆ+ແລະເລື່ອງໂງ່. (ຄົນທີ່ມາຫຼັງກະສັດຈະເຮັດຫຍັງໄດ້? ກໍຄືຊິເຮັດໄດ້ແຕ່ສິ່ງທີ່ເຄີຍເຮັດໄປແລ້ວຫັ້ນແຫຼະ.)
-
-
ປັນຍາຈານ 7:25ຄຳພີໄບເບິນສະບັບແປໂລກໃໝ່
-
-
25 ຂ້ອຍໃຊ້ໃຈຂອງຂ້ອຍເພື່ອຮຽນຮູ້ ກວດສອບ ແລະຊອກຫາສະຕິປັນຍາ ເພື່ອຈະຮູ້ວ່າເປັນຫຍັງສິ່ງຕ່າງໆຈຶ່ງເກີດຂຶ້ນ ແລະເພື່ອຈະເຂົ້າໃຈການກະທຳຊົ່ວໆຂອງຄົນໂງ່ແລະການກະທຳໂງ່ໆຂອງຄົນບ້າ.+
-