-
ພະບັນຍັດ 30:1-3ຄຳພີໄບເບິນສະບັບແປໂລກໃໝ່
-
-
30 “ຄຳອວຍພອນຫຼືຄຳສາບແຊ່ງທີ່ຂ້ອຍໃຫ້ພວກເຈົ້າເລືອກຈະເກີດຂຶ້ນແທ້.+ ຈາກນັ້ນ ຕອນທີ່ຢູ່ໃນປະເທດຕ່າງໆທີ່ພະເຢໂຫວາພະເຈົ້າຂອງພວກເຈົ້າເຮັດໃຫ້ພວກເຈົ້າກະຈັດກະຈາຍໄປຢູ່+ ພວກເຈົ້າຈະສຳນຶກໄດ້ວ່າໂຕເອງເຮັດຜິດ.+ 2 ແລ້ວພວກເຈົ້າກັບລູກຫຼານຈະກັບມາຫາພະເຢໂຫວາພະເຈົ້າຂອງພວກເຈົ້າ+ ແລະຈະເຊື່ອຟັງແລະເຮັດຕາມຄຳສັ່ງທີ່ຂ້ອຍບອກພວກເຈົ້າໃນມື້ນີ້ຢ່າງສຸດຫົວໃຈແລະສຸດຊີວິດ.+ 3 ເມື່ອເປັນແນວນັ້ນແລ້ວ ພະເຢໂຫວາພະເຈົ້າຂອງພວກເຈົ້າຈະປົດປ່ອຍພວກເຈົ້າຈາກການເປັນຊະເລີຍ.+ ແລ້ວພະເຢໂຫວາພະເຈົ້າຂອງພວກເຈົ້າຈະສະແດງຄວາມເມດຕາ+ ແລະລວບລວມພວກເຈົ້າທີ່ກະຈັດກະຈາຍກັນຢູ່ນຳຊາດຕ່າງໆ.+
-
-
ເອຊາຢາ 66:20ຄຳພີໄບເບິນສະບັບແປໂລກໃໝ່
-
-
20 ເຂົາເຈົ້າຈະພາອ້າຍນ້ອງຂອງເຈົ້າທຸກຄົນອອກມາຈາກຊາດຕ່າງໆ+ເພື່ອເປັນເຄື່ອງຂອງທີ່ຈະມອບໃຫ້ພະເຢໂຫວາ ຄືກັບທີ່ຄົນອິດສະຣາເອນເອົາເຄື່ອງຂອງຂອງເຂົາເຈົ້າໃສ່ໃນເຄື່ອງໃຊ້ທີ່ສະອາດເຂົ້າໄປໃນວິຫານຂອງພະເຢໂຫວາ. ເຂົາເຈົ້າຈະຂີ່ມ້າ ຂີ່ລົດຮົບ ຂີ່ກວຽນທີ່ມີຫຼັງຄາ ຂີ່ລໍ* ແລະຂີ່ອູດຂຶ້ນໄປເທິງພູບໍລິສຸດຂອງເຮົາໃນເມືອງເຢຣູຊາເລັມ.” ພະເຢໂຫວາເວົ້າຈັ່ງຊີ້.
-
-
ເອເຊກຽນ 36:24ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ເຮົາຈະພາພວກເຈົ້າອອກມາຈາກຊາດຕ່າງໆ ແລະຈະລວບລວມພວກເຈົ້າກັບມາຈາກແຜ່ນດິນຕ່າງໆ. ແລ້ວເຮົາຈະພາພວກເຈົ້າກັບມາຢູ່ແຜ່ນດິນຂອງໂຕເອງ.+
-
-
ມີກາ 2:12ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ຢາໂຄບເອີ້ຍ ເຮົາຈະລວບລວມພວກເຈົ້າທັງໝົດໃຫ້ເຂົ້າມາ.
ເຮົາຈະລວບລວມພວກອິດສະຣາເອນທີ່ເຫຼືອໃຫ້ມາຢູ່ນຳກັນ.+
-
-
ເຊຄາຣີຢາ 8:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ ‘ເຮົາຈະຊ່ວຍປະຊາຊົນຂອງເຮົາໃຫ້ລອດຈາກປະເທດຕ່າງໆທີ່ຢູ່ທາງທິດຕາເວັນອອກແລະທາງທິດຕາເວັນຕົກ.+
-