-
ເອັດຊະຣາ 1:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
1 ໃນປີທຳອິດ*ທີ່ໄຊຣັດ+ກະສັດຂອງເປີເຊຍປົກຄອງ ພະເຢໂຫວາໄດ້ເຮັດໃຫ້ສິ່ງທີ່ເພິ່ນເວົ້າໄວ້ຜ່ານທາງເຢເຣມີຢາ+ເກີດຂຶ້ນແທ້. ພະເຢໂຫວາໄດ້ກະຕຸ້ນໃຈໄຊຣັດກະສັດຂອງເປີເຊຍໃຫ້ປະກາດໄປທົ່ວປະເທດແລະຂຽນຄຳປະກາດນັ້ນໄວ້ນຳ.+ ຄຳປະກາດນັ້ນຂຽນວ່າ:
2 “ໄຊຣັດກະສັດຂອງເປີເຊຍບອກວ່າ ‘ພະເຢໂຫວາພະເຈົ້າທີ່ຢູ່ໃນສະຫວັນໄດ້ມອບທຸກປະເທດໃນໂລກນີ້+ໃຫ້ຂ້ອຍ ແລະເພິ່ນສັ່ງຂ້ອຍໃຫ້ສ້າງວິຫານໃຫ້ເພິ່ນໃນເມືອງເຢຣູຊາເລັມ+ທີ່ຢູ່ຢູດາ.
-
-
ເອຊາຢາ 41:25ຄຳພີໄບເບິນສະບັບແປໂລກໃໝ່
-
-
ລາວຈະຢຽບພວກຜູ້ປົກຄອງຄືກັບຢຽບດິນດາກ+
ຄືກັບຊ່າງປັ້ນໝໍ້ນວດດິນດາກ.
-
-
ເອຊາຢາ 45:1ຄຳພີໄບເບິນສະບັບແປໂລກໃໝ່
-
-
45 ຕໍ່ໄປນີ້ແມ່ນສິ່ງທີ່ພະເຢໂຫວາເວົ້າກັບໄຊຣັດຜູ້ທີ່ເພິ່ນໄດ້ເລືອກ.+
ເພິ່ນຈັບມືຂວາຂອງລາວໄວ້+
ເພື່ອໃຫ້ປາບຊາດຕ່າງໆທີ່ຢູ່ຕໍ່ໜ້າລາວ.+
ເພິ່ນໃຫ້ລາວປົດອາວຸດຂອງພວກກະສັດ
ໃຫ້ລາວເປີດປະຕູທີ່ມີສອງບານທີ່ຢູ່ຕໍ່ໜ້າລາວ
ເພື່ອປະຕູເມືອງນັ້ນຈະບໍ່ປິດ. ເພິ່ນເວົ້າກັບລາວວ່າ:
-