ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຂ່າວຄາວ 36:22, 23
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ໃນ​ປີ​ທຳອິດ*​ທີ່​ໄຊຣັດ+​ກະສັດ​ຂອງ​ເປີເຊຍປົກຄອງ ພະ​ເຢໂຫວາ​ໄດ້​ໃຫ້​ສິ່ງ​ທີ່​ເພິ່ນ​ເວົ້າ​ໄວ້​ຜ່ານ​ທາງ​ເຢເຣມີຢາ+​ເກີດ​ຂຶ້ນ​ແທ້. ພະ​ເຢໂຫວາ​ໄດ້ກະຕຸ້ນ​ໃຈໄຊຣັດ​ກະສັດ​ຂອງ​ເປີເຊຍ​ໃຫ້​ປະກາດ​ໄປ​ທົ່ວ​ປະເທດ​ແລະ​ໃຫ້​ຂຽນ​ຄຳ​ປະກາດ​ນັ້ນ​ໄວ້​ນຳ. ຄຳ​ປະກາດ​ນັ້ນ​ຂຽນ+​ວ່າ: 23 “ຂ້ອຍໄຊຣັດ​ກະສັດ​ຂອງ​ເປີເຊຍ​ບອກ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ໄດ້​ມອບ​ທຸກ​ປະເທດ​ໃນ​ໂລກ​ນີ້​ໃຫ້​ຂ້ອຍ+ ແລະ​ເພິ່ນ​ສັ່ງ​ຂ້ອຍ​ໃຫ້​ສ້າງ​ວິຫານ​ໃຫ້​ເພິ່ນ​ໃນ​ເມືອງ​ເຢຣູຊາເລັມ​ທີ່​ຢູ່​ໃນ​ຢູດາ.+ ໃຜ​ກໍ​ຕາມ​ທີ່​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ ຂໍ​ໃຫ້​ເພິ່ນ​ຢູ່​ກັບ​ລາວ​ແລະ​ໃຫ້​ລາວກັບ​ເມືອ​ເມືອງ​ເຢຣູຊາເລັມ.’”+

  • ເອັດຊະຣາ 6:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 “ໃນ​ປີ​ທຳອິດ​ທີ່​ກະສັດ​ໄຊຣັດ​ປົກຄອງ ລາວ​ອອກ​ຄຳ​ສັ່ງ​ກ່ຽວກັບ​ວິຫານ​ຂອງ​ພະເຈົ້າ​ໃນ​ເມືອງ​ເຢຣູຊາເລັມ​ວ່າ+ ‘ໃຫ້​ຄົນຢິວສ້າງ​ວິຫານ​ຄືນໃໝ່​ເພື່ອ​ເຂົາ​ເຈົ້າ​ຈະ​ເຜົາ​ເຄື່ອງ​ບູຊາ​ຢູ່​ຫັ້ນ. ໃຫ້​ສ້າງ​ວິຫານ​ນີ້​ສູງ 60 ສອກ* ກວ້າງ 60 ສອກ+​ແລະ​ຮາກຖານ​ວິຫານ​ຕ້ອງແຂງແຮງ.

  • ເອຊາຢາ 45:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ເວົ້າ​ວ່າ: “ຍ້ອນ​ເຮົາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ ເຮົາ​ຈຶ່ງ​ໄດ້​ກຽມ​ຜູ້​ໜຶ່ງ​ໄວ້​ແລ້ວ.+

      ເຮົາ​ຈະ​ບໍ່​ໃຫ້​ມີ​ຫຍັງ​ມາ​ຂວາງ​ທາງ​ລາວ.

      ລາວ​ຈະ​ເປັນ​ຜູ້​ທີ່​ສ້າງ​ເມືອງ​ຂອງ​ເຮົາ​ຄືນ​ໃໝ່+

      ແລະ​ປົດ​ປ່ອຍ​ປະຊາຊົນ​ຂອງ​ເຮົາ​ທີ່​ເປັນ​ຊະເລີຍ​ໃຫ້​ເປັນ​ອິດ​ສະຫຼະ+​ໂດຍ​ບໍ່​ເອົາ​ຄ່າ​ຈ້າງ​ຫຼື​ຮັບ​ສິນບົນ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌