-
ເອຊາຢາ 44:16, 17ຄຳພີໄບເບິນສະບັບແປໂລກໃໝ່
-
-
16 ລາວເອົາໄມ້ເຄິ່ງໜຶ່ງມາດັງໄຟ
ແລະປີ້ງຊີ້ນກິນຈົນອີ່ມ.
ລາວຍັງຝີງໄຟກອງນັ້ນແລະເວົ້າວ່າ:
“ດີແທ້! ໄຟນີ້ເຮັດໃຫ້ຂ້ອຍອຸ່ນ.”
17 ແຕ່ໄມ້ສ່ວນທີ່ເຫຼືອລາວເອົາໄປແກະສະຫຼັກເປັນຮູບພະ.
ລາວກົ້ມກາບແລະນະມັດສະການມັນ.
ລາວອະທິດຖານກັບຮູບນັ້ນວ່າ:
“ພະເຈົ້າຂອງລູກ ປົກປ້ອງຄຸ້ມຄອງລູກແດ່ເດີ້.”+
-
-
ດານີເອນ 3:5ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ເມື່ອພວກເຈົ້າໄດ້ຍິນສຽງແກເຂົາສັດ ສຽງຂຸ່ຍ ສຽງພິນ ສຽງພິນນ້ອຍ ສຽງເຄື່ອງດົນຕີທີ່ມີສາຍ ສຽງປີ່ ແລະສຽງເຄື່ອງດົນຕີຊະນິດອື່ນໆ ໃຫ້ພວກເຈົ້າໝູບໜ້າລົງກາບຮູບປັ້ນຄຳທີ່ກະສັດເນບູກາດເນັດຊາໄດ້ເຮັດຂຶ້ນມາ.
-