10 ຊາດຕ່າງໆເອີ້ຍ ໃຫ້ຟັງຄຳເວົ້າຂອງພະເຢໂຫວາ
ແລະປະກາດໄປຕາມເກາະຕ່າງໆທີ່ຢູ່ໄກໆວ່າ:+
“ຜູ້ທີ່ເຮັດໃຫ້ອິດສະຣາເອນກະຈັດກະຈາຍໄປຈະລວບລວມເຂົາເຈົ້າກັບຄືນມາ.
ເພິ່ນຈະເບິ່ງແຍງເຂົາເຈົ້າຄືກັບຜູ້ລ້ຽງແກະເບິ່ງແຍງຝູງແກະ.+
11 ພະເຢໂຫວາຈະຊ່ວຍຢາໂຄບ+
ແລະຊ່ວຍລາວໃຫ້ລອດຈາກມືຂອງຄົນທີ່ແຂງແຮງກວ່າລາວ.+