-
ປະຖົມມະການ 46:5-7ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ແລ້ວຢາໂຄບກໍເດີນທາງອອກຈາກເບເອເຊບາ. ພວກລູກຊາຍຂອງຢາໂຄບ*ໃຫ້ພໍ່ແລະລູກກັບເມຍຂີ່ກວຽນທີ່ຟາໂຣ*ສົ່ງມາໃຫ້. 6 ເຂົາເຈົ້າເອົາຝູງສັດແລະຊັບສົມບັດທີ່ສະສົມຢູ່ການາອານໄປນຳ. ແລ້ວຢາໂຄບກັບລູກຫຼານຂອງລາວທຸກຄົນກໍໄປເອຢິບ. 7 ລາວພາລູກຫຼານທຸກຄົນໄປຮອດເອຢິບ ທັງລູກຊາຍກັບລູກສາວແລະຫຼານຊາຍກັບຫຼານສາວ.
-