-
ລະບຽບພວກເລວີ 16:21, 22ຄຳພີໄບເບິນສະບັບແປໂລກໃໝ່
-
-
21 ອາໂຣນຈະເອົາມືທັງສອງເບື້ອງວາງເທິງຫົວຂອງແບ້ໂຕທີ່ຍັງມີຊີວິດຢູ່ນັ້ນ ແລະສາລະພາບບາບກັບຄວາມຜິດທັງໝົດຂອງພວກອິດສະຣາເອນ ຄືກັບວ່າລາວໄດ້ເອົາສິ່ງເຫຼົ່ານັ້ນໃສ່ເທິງຫົວແບ້ໂຕນັ້ນ.+ ລາວຈະເອົາແບ້ໂຕນັ້ນໃຫ້ຄົນທີ່ເຮັດໜ້າທີ່ປ່ອຍແບ້* ແລ້ວຄົນນັ້ນຈະປ່ອຍມັນໄປໃນບ່ອນກັນດານ. 22 ແບ້ໂຕນັ້ນຈະແບກຄວາມຜິດທັງໝົດ+ຂອງເຂົາເຈົ້າໄປທະເລຊາຍ+ ແລະລາວຈະປ່ອຍແບ້ໂຕນັ້ນເຂົ້າໄປໃນບ່ອນກັນດານ.+
-
-
1 ໂຢຮັນ 2:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ພວກລູກທີ່ຮັກ ຂ້ອຍຂຽນເລື່ອງເຫຼົ່ານີ້ເພື່ອພວກເຈົ້າຈະບໍ່ເຮັດຜິດ ແຕ່ຖ້າຜູ້ໃດເຮັດຜິດ ພວກເຮົາກໍມີຜູ້ຊ່ວຍທີ່ຢູ່ກັບພະເຈົ້າຜູ້ເປັນພໍ່. ຜູ້ຊ່ວຍຜູ້ນີ້ແມ່ນພະເຢຊູຄລິດ+ຜູ້ທີ່ບໍ່ເຄີຍເຮັດຫຍັງຜິດເລີຍ.+ 2 ເພິ່ນເປັນເຄື່ອງບູຊາ+ໄຖ່ບາບຂອງພວກເຮົາ+ເພື່ອໃຫ້ພວກເຮົາຄືນດີກັບພະເຈົ້າ. ບໍ່ແມ່ນແຕ່ບາບຂອງພວກເຮົາເທົ່ານັ້ນ ແຕ່ບາບຂອງໝົດທຸກຄົນໃນໂລກນຳອີກ.+
-