ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 56:6, 7
    ຄຳພີໄບເບິນສະບັບແປໂລກໃໝ່
    •  6 ສຳລັບ​ຄົນ​ຕ່າງ​ຊາດ​ທີ່​ມາ​ລວມ​ກັນ​ເພື່ອ​ນະມັດສະການ​ພະ​ເຢໂຫວາ

      ເຊິ່ງ​ເປັນ​ຄົນ​ທີ່​ຮັກ​ຊື່​ຂອງ​ພະ​ເຢໂຫວາ+

      ເປັນ​ຄົນ​ທີ່​ຢາກ​ຮັບໃຊ້​ເຮົາ

      ເປັນ​ຄົນ​ທີ່​ຖື​ວັນ​ຊະບາໂຕ​ແລະ​ເຮັດ​ໃຫ້​ມື້​ນັ້ນ​ບໍລິສຸດ

      ແລະ​ເປັນ​ຄົນ​ທີ່​ເຮັດ​ຕາມ​ສັນຍາ​ຂອງ​ເຮົາ

       7 ເຮົາ​ຈະ​ພາ​ເຂົາເຈົ້າ​ມາ​ພູ​ບໍລິສຸດ​ຂອງ​ເຮົາ+

      ແລະ​ເຂົາເຈົ້າ​ຈະ​ມີ​ຄວາມສຸກ​ທີ່​ໄດ້​ຢູ່​ໃນ​ວິຫານ​ສຳລັບ​ການ​ອະທິດຖານ.

      ເຮົາ​ຈະ​ຮັບ​ເອົາ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ອື່ນ​ໆ​ທີ່​ເຂົາເຈົ້າ​ເອົາ​ມາ​ໃຫ້​ຢູ່​ເທິງ​ແທ່ນ​ບູຊາ​ຂອງ​ເຮົາ.

      ວິຫານ​ຂອງ​ເຮົາ​ຈະ​ຖືກ​ເອີ້ນ​ວ່າ​ວິຫານ​ສຳລັບ​ການ​ອະທິດຖານ​ຂອງ​ຄົນ​ທຸກ​ຊາດ.”+

  • ເອຊາຢາ 66:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ເຂົາເຈົ້າ​ຈະ​ພາ​ອ້າຍນ້ອງ​ຂອງ​ເຈົ້າ​ທຸກ​ຄົນ​ອອກ​ມາ​ຈາກ​ຊາດ​ຕ່າງ​ໆ​+​ເພື່ອ​ເປັນ​ເຄື່ອງ​ຂອງ​ທີ່​ຈະ​ມອບ​ໃຫ້​ພະ​ເຢໂຫວາ ຄື​ກັບ​ທີ່​ຄົນ​ອິດສະຣາເອນ​ເອົາ​ເຄື່ອງ​ຂອງ​ຂອງ​ເຂົາເຈົ້າ​ໃສ່​ໃນ​ເຄື່ອງໃຊ້​ທີ່​ສະອາດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. ເຂົາເຈົ້າ​ຈະ​ຂີ່​ມ້າ ຂີ່​ລົດ​ຮົບ ຂີ່​ກວຽນ​ທີ່​ມີ​ຫຼັງ​ຄາ ຂີ່​ລໍ* ແລະ​ຂີ່​ອູດ​ຂຶ້ນ​ໄປ​ເທິງ​ພູ​ບໍລິສຸດ​ຂອງ​ເຮົາ​ໃນ​ເມືອງ​ເຢຣູຊາເລັມ.” ພະ​ເຢໂຫວາ​ເວົ້າ​ຈັ່ງ​ຊີ້.

  • ເອເຊກຽນ 20:40
    ຄຳພີໄບເບິນສະບັບແປໂລກໃໝ່
    • 40 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຢູ່​ເທິງ​ພູ​ສູງ​ຂອງ​ອິດສະຣາເອນ​ທີ່​ເປັນ​ພູ​ບໍລິສຸດ​ຂອງ​ເຮົາ+ ພວກ​ອິດສະຣາເອນ​ທຸກ​ຄົນ​ຈະ​ຮັບໃຊ້​ເຮົາ.+ ຢູ່​ຫັ້ນ ເຮົາ​ຈະ​ພໍໃຈ​ພວກ​ເຈົ້າ ແລະ​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ບໍລິຈາກ​ເຄື່ອງ​ທີ່​ບໍລິສຸດ​ໃຫ້​ເຮົາ ເຊິ່ງ​ລວມ​ເຖິງ​ຜົນລະປູກ​ຊຸດ​ທຳອິດ​ຂອງ​ພວກ​ເຈົ້າ​ນຳ.+

  • ໂຢເອນ 3:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ແລ້ວ​ພວກເຈົ້າ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກເຈົ້າ​ຜູ້​ທີ່​ຢູ່​ເມືອງ​ຊີໂອນ​ເຊິ່ງ​ເປັນ​ພູ​ທີ່​ບໍລິສຸດ​ຂອງ​ເຮົາ.+

      ເມືອງ​ເຢຣູຊາເລັມ​ຈະ​ກາຍ​ເປັນ​ບ່ອນ​ທີ່​ບໍລິສຸດ+

      ແລະ​ຄົນ​ຕ່າງຊາດ*​ຈະ​ບໍ່​ຍ່າງ​ຜ່ານ​ເມືອງ​ນີ້​ອີກຕໍ່ໄປ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌