ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 34:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທີ່​ຫົວໃຈ​ແຕກ​ສະຫຼາຍ.+

      ເພິ່ນ​ຊ່ວຍ​ຄົນ​ທີ່​ທໍ້ໃຈ​ແຮງ.+

  • ເພງສັນລະເສີນ 147:3
    ຄຳພີໄບເບິນສະບັບແປໂລກໃໝ່
    •  3 ເພິ່ນ​ປິ່ນປົວ​ຄົນ​ທີ່​ຫົວໃຈ​ແຕກ​ສະຫຼາຍ

      ແລະ​ເພິ່ນ​ພັນ​ບາດ​ໃຫ້​ເຂົາເຈົ້າ​ນຳ.

  • ເອຊາຢາ 61:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 61 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເອົາ​ພະລັງ​ຂອງ​ເພິ່ນ​ໃຫ້​ຂ້ອຍ.+

      ພະ​ເຢໂຫວາ​ແຕ່ງຕັ້ງ​ຂ້ອຍ​ໃຫ້​ປະກາດ​ຂ່າວດີ​ກັບ​ຄົນຖ່ອມ.+

      ເພິ່ນ​ໃຫ້​ຂ້ອຍ​ປິ່ນປົວ​ຄົນ​ທີ່​ຫົວໃຈ​ແຕກ​ສະຫຼາຍ

      ໃຫ້​ປະກາດ​ເລື່ອງ​ການ​ປົດປ່ອຍ​ກັບ​ພວກ​ຊະເລີຍ

      ແລະ​ໃຫ້​ປະກາດ​ວ່າ​ພວກ​ນັກໂທດ​ຈະ​ເຫັນຮຸ່ງ​ອີກ​ເທື່ອ​ໜຶ່ງ.+

  • ເອຊາຢາ 66:2
    ຄຳພີໄບເບິນສະບັບແປໂລກໃໝ່
    •  2 ພະ​ເຢໂຫວາ​ເວົ້າ​ຕໍ່​ອີກ​ວ່າ: “ເຮົາ​ເປັນ​ຜູ້​ສ້າງ​ສິ່ງ​ເຫຼົ່ານີ້+

      ແລະ​ສິ່ງ​ເຫຼົ່ານີ້​ມີ​ຢູ່​ກໍ​ຍ້ອນ​ເຮົາ.

      ສິ່ງ​ທີ່​ເຮົາ​ສົນໃຈ​ຫຼາຍ​ກວ່າ​ແມ່ນ

      ຄົນ​ທີ່​ຖ່ອມ​ໂຕ​ແລະ​ສຳນຶກ​ຜິດ​ເຊິ່ງ​ນັບ​ຖື*​ຄຳເວົ້າ​ຂອງ​ເຮົາ​ແທ້​ໆ​.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌