ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 7:27
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ສັນລະເສີນ ຍ້ອນ​ເພິ່ນ​ໄດ້​ກະຕຸ້ນ​ກະສັດ​ໃຫ້​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຢູ່​ເມືອງ​ເຢຣູຊາເລັມ​ໃຫ້​ງາມ.+

  • ເນເຮມີຢາ 2:7, 8
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ຂ້ອຍ​ຍັງ​ໄດ້​ເວົ້າ​ກັບ​ກະສັດ​ວ່າ: “ຖ້າ​ທ່ານ​ເຫັນ​ດີ ຂໍ​ໃຫ້​ທ່ານ​ຂຽນ​ຈົດ​ໝາຍ​ໄປ​ຫາ​ພວກ​ເຈົ້າ​ແຂວງ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ​ແລະ​ໃຫ້​ຂ້ອຍ​ຖື​ຈົດ​ໝາຍ​ໄປ+ ເພື່ອ​ເຂົາ​ເຈົ້າ​ຈະ​ໃຫ້​ຂ້ອຍ​ຜ່ານ​ເຂດ​ຂອງ​ເຂົາ​ເຈົ້າ​ແລະ​ຂ້ອຍ​ຈະ​ໄດ້​ໄປ​ຮອດ​ຢູດາ​ຢ່າງ​ປອດໄພ. 8 ຂໍ​ໃຫ້​ທ່ານ​ຂຽນ​ຈົດ​ໝາຍ​ໄປ​ຫາ​ອາສັບ​ທີ່​ເປັນ​ຜູ້​ເບິ່ງ​ແຍງ​ປ່າ​ໄມ້​ຂອງ​ທ່ານ ເພື່ອ​ລາວ​ຈະ​ເອົາ​ໄມ້​ໃຫ້​ຂ້ອຍ​ໄປ​ເຮັດ​ປະຕູ​ປ້ອມ+​ທີ່​ຢູ່​ໃກ້ກັບ​ວິຫານ ເຮັດ​ກຳແພງ​ເມືອງ+ ແລະ​ປຸກ​ເຮືອນ​ທີ່​ຂ້ອຍ​ຈະ​ຢູ່.” ຍ້ອນພະເຈົ້າ​ຊ່ວຍ​ຂ້ອຍ+ ກະສັດ​ຈຶ່ງ​ຂຽນ​ຈົດ​ໝາຍ​ໃຫ້​ຂ້ອຍ.+

  • ເອຊາຢາ 49:23
    ຄຳພີໄບເບິນສະບັບແປໂລກໃໝ່
    • 23 ພວກ​ກະສັດ​ຈະ​ຮັບໃຊ້​ເຈົ້າ+

      ແລະ​ພວກ​ລູກສາວ​ຂອງ​ເຂົາເຈົ້າ​ຈະ​ເບິ່ງແຍງ​ເຈົ້າ.

      ເຂົາເຈົ້າ​ຈະ​ໝູບ​ໜ້າ​ລົງ​ພື້ນ​ເພື່ອ​ສະແດງ​ຄວາມ​ນັບຖື​ເຈົ້າ+

      ແລະ​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ເຈົ້າ.*+

      ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.

      ຜູ້​ທີ່​ເພິ່ງ​ເຮົາ​ຈະ​ບໍ່​ອັບອາຍ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌