-
ລູກາ 1:30-35ຄຳພີໄບເບິນສະບັບແປໂລກໃໝ່
-
-
30 ທູດສະຫວັນຈຶ່ງບອກລາວວ່າ: “ມາຣິອາ ບໍ່ຕ້ອງຢ້ານ. ພະເຈົ້າພໍໃຈເຈົ້າແທ້ໆ. 31 ຖ້າເບິ່ງເດີ້! ເຈົ້າຈະຖືພາແລະເກີດລູກຊາຍ.+ ໃຫ້ຕັ້ງຊື່ລູກວ່າເຢຊູ.+ 32 ລາວຈະເປັນຜູ້ຍິ່ງໃຫຍ່+ແລະຈະຖືກເອີ້ນວ່າລູກຂອງພະເຈົ້າສູງສຸດ.+ ພະເຢໂຫວາ*ພະເຈົ້າຈະຍົກບັນລັງຂອງດາວິດປູ່ຍ່າຕານາຍຂອງລາວໃຫ້ລາວ.+ 33 ລາວຈະເປັນກະສັດປົກຄອງລູກຫຼານຂອງຢາໂຄບຕະຫຼອດໄປ ແລະການປົກຄອງຂອງລາວຈະບໍ່ມີວັນສິ້ນສຸດເລີຍ.”+
34 ແຕ່ມາຣິອາເວົ້າກັບທູດສະຫວັນວ່າ: “ຊິເປັນໄປໄດ້ແນວໃດ ຍ້ອນຂ້ອຍບໍ່ເຄີຍນອນນຳຜູ້ຊາຍຈັກເທື່ອ?”+ 35 ທູດສະຫວັນຕອບລາວວ່າ: “ເຈົ້າຈະໄດ້ຮັບພະລັງບໍລິສຸດ+ ແລະລິດເດດຂອງພະເຈົ້າສູງສຸດຈະປົກປ້ອງເຈົ້າໄວ້. ດັ່ງນັ້ນ ເດັກນ້ອຍທີ່ເກີດມາຈະຖືກເອີ້ນວ່າເປັນຜູ້ບໍລິສຸດ+ແລະເປັນລູກຂອງພະເຈົ້າ.+
-