ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 2:4
    ຄຳພີໄບເບິນສະບັບແປໂລກໃໝ່
    •  4 ເພິ່ນ​ຈະ​ເປັນ​ຜູ້​ຕັດສິນ​ຊາດ​ຕ່າງ​ໆ​

      ແລະ​ເພິ່ນ​ຈະ​ແກ້ໄຂ​ເລື່ອງ​ທີ່​ບໍ່​ຖືກຕ້ອງ​ໃນ​ຊາດ​ເຫຼົ່າ​ນັ້ນ.

      ເຂົາເຈົ້າ​ຈະ​ເອົາ​ດາບ​ມາ​ຕີ​ເປັນ​ໝາກ​ສົບໄຖ*​ເພື່ອ​ໃຊ້​ໄຖ​ນາ

      ແລະ​ເອົາ​ຫອກ​ມາ​ຕີ​ເປັນກ່ຽວ.*+

      ຊາດ​ຕ່າງ​ໆ​ຈະ​ບໍ່​ຕໍ່ສູ້​ກັນ

      ແລະ​ຈະ​ບໍ່​ມີ​ໃຜ​ຝຶກ​ເຮັດ​ສົງຄາມ​ອີກ​ເລີຍ.+

  • ເອຊາຢາ 35:9
    ຄຳພີໄບເບິນສະບັບແປໂລກໃໝ່
    •  9 ທາງ​ເສັ້ນ​ນັ້ນ​ຈະ​ບໍ່​ມີ​ໂຕ​ສິງ

      ແລະ​ບໍ່​ມີ​ສັດ​ປ່າ​ທີ່​ດຸ​ຮ້າຍ.

      ພວກ​ມັນ​ຈະ​ບໍ່​ຢູ່​ຫັ້ນ.+

      ທຸກ​ຄົນ​ທີ່​ຍ່າງ​ຢູ່​ທາງ​ເສັ້ນ​ນັ້ນ​ເປັນ​ຄົນ​ທີ່​ພະເຈົ້າ​ໄດ້​ໄຖ່​ແລ້ວ.+

  • ເອຊາຢາ 60:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ເລື່ອງ​ຄວາມ​ຮຸນແຮງ​ໃນ​ແຜ່ນດິນ​ຂອງ​ເຈົ້າ

      ແລະ​ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ເລື່ອງ​ການ​ທຳລາຍ​ໃນ​ເຂດ​ແດນ​ຂອງ​ເຈົ້າ​ອີກ.+

      ເຈົ້າ​ຈະ​ເອີ້ນ​ກຳແພງ​ຂອງ​ເຈົ້າ​ວ່າ​ຄວາມ​ລອດ+ ແລະ​ຈະ​ເອີ້ນ​ປະຕູ​ເມືອງ​ຂອງ​ເຈົ້າ​ວ່າ​ຄຳ​ສັນລະເສີນ.

  • ມີກາ 4:4
    ຄຳພີໄບເບິນສະບັບແປໂລກໃໝ່
    •  4 ທຸກຄົນ​ຈະ​ນັ່ງ*​ຢູ່​ກ້ອງ​ເຄືອ​ໝາກລະແຊັງ​ແລະ​ນັ່ງ​ຢູ່​ກ້ອງ​ຕົ້ນ​ໝາກເດື່ອ​ຂອງ​ໂຕເອງ+

      ແລະ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ເຂົາເຈົ້າ​ຢ້ານ.+

      ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ໄດ້​ບອກ​ໄວ້​ແນວ​ນີ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌