ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 21:2
    ຄຳພີໄບເບິນສະບັບແປໂລກໃໝ່
    •  2 ພະເຈົ້າ​ໃຫ້​ຂ້ອຍ​ເຫັນ​ນິມິດ​ທີ່​ເປັນ​ຕາ​ຢ້ານ ແລະ​ເພິ່ນ​ເວົ້າ​ວ່າ:

      ຊາດ​ທີ່​ຊົ່ວ​ຮ້າຍ​ເຮັດ​ແຕ່​ສິ່ງ​ທີ່​ຊົ່ວ​ຮ້າຍ

      ແລະ​ຊາດ​ທີ່​ມັກ​ທຳລາຍ​ກໍ​ມີ​ແຕ່​ໄປ​ທຳລາຍ.

      ເອລາມ ຂຶ້ນ​ໄປ​ໂຈມຕີ​ໂລດ! ເມເດຍ ລ້ອມ​ເມືອງ​ນີ້​ໄວ້​ໂລດ!+

      ຂ້ອຍ​ຈະ​ທຳລາຍ​ເມືອງ​ນີ້​ເພື່ອ​ບໍ່​ໃຫ້​ມັນເຮັດ​ໃຫ້​ຜູ້​ອື່ນ​ເດືອດຮ້ອນ​ອີກ.+

  • ເຢເຣມີຢາ 50:9
    ຄຳພີໄບເບິນສະບັບແປໂລກໃໝ່
    •  9 ເຮົາ​ກຳລັງ​ເອີ້ນ​ຊາດ​ໃຫຍ່​ຕ່າງ​ໆ​ຈາກ​ແຜ່ນດິນ​ທີ່​ຢູ່​ທາງ​ເໜືອ

      ໃຫ້​ມາ​ລວມ​ໂຕ​ກັນ​ເພື່ອ​ໂຈມຕີ​ບາບີໂລນ.+

      ເຂົາ​ເຈົ້າ​ຈະ​ຍົກ​ກອງທັບ​ມາ​ຕໍ່ສູ້​ເມືອງ​ນີ້

      ແລະ​ເມືອງ​ນີ້​ຈະ​ຖືກ​ຍຶດ.

      ລູກ​ທະນູ​ຂອງ​ເຂົາ​ເຈົ້າ​ເປັນ​ຄື​ກັບ​ລູກ​ທະນູ​ຂອງ​ທະຫານ​ທີ່​ເກັ່ງ​ໆ​

      ເຊິ່ງ​ເຮັດ​ໃຫ້​ພໍ່​ແມ່​ເສຍ​ລູກ​ໄປ​ໂດຍ​ບໍ່​ອີ່ຕົນ.+

      ເຂົາ​ເຈົ້າ​ຍິງ​ບໍ່​ພາດ​ເປົ້າ​ເລີຍ.

  • ເຢເຣມີຢາ 51:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 “ໃຫ້​ຂັດ​ເງົາ​ລູກ​ທະນູ+​ແລະ​ຈັບ​ໂລ້​ມົນ​ຂຶ້ນ​ມາ*

      ພະ​ເຢໂຫວາ​ໄດ້​ກະຕຸ້ນ​ໃຫ້​ພວກ​ກະສັດ​ເມເດຍ​ອອກ​ໄປ​ເຮັດ​ສົງຄາມ+

      ຍ້ອນ​ເພິ່ນ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ.

      ນີ້​ແມ່ນ​ການ​ແກ້ແຄ້ນ​ຂອງ​ພະ​ເຢໂຫວາ​ແລະ​ການ​ແກ້ແຄ້ນ​ເພື່ອ​ວິຫານ​ຂອງ​ເພິ່ນ.

  • ດານີເອນ 5:30, 31
    ຄຳພີໄບເບິນສະບັບແປໂລກໃໝ່
    • 30 ໃນ​ຄືນ​ນັ້ນ ເບນຊັດຊາເຣ​ກະສັດ​ຂອງ​ພວກ​ການເດອາ​ກໍ​ຖືກ​ຂ້າ.+ 31 ແລ້ວ​ດາຣິອຸດ+​ຄົນ​ເມເດຍ​ກໍ​ຖືກ​ແຕ່ງຕັ້ງ​ໃຫ້​ປົກຄອງ​ອານາຈັກ​ນີ້. ຕອນ​ນັ້ນ ລາວ​ອາຍຸ​ປະມານ 62 ປີ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌