-
ເຢເຣມີຢາ 23:16, 17ຄຳພີໄບເບິນສະບັບແປໂລກໃໝ່
-
-
16 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ:
“ຢ່າຟັງຄຳພະຍາກອນຂອງພວກຜູ້ພະຍາກອນເຫຼົ່ານັ້ນ.
ເຂົາເຈົ້າກຳລັງຫຼອກລວງເຈົ້າ.+
17 ເຂົາເຈົ້າບອກຄົນທີ່ບໍ່ຍອມຮັບເຮົາເທື່ອແລ້ວເທື່ອອີກວ່າ
‘ພະເຢໂຫວາເວົ້າວ່າ “ພວກເຈົ້າຈະມີສັນຕິສຸກ.”’+
ແລ້ວບອກທຸກຄົນທີ່ເຮັດຕາມໃຈດື້ດ້ານຂອງໂຕເອງວ່າ
‘ພວກເຈົ້າຈະບໍ່ເຈິຄວາມຈິບຫາຍດອກ.’+
-
-
ເອເຊກຽນ 13:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ເຮົາບໍ່ໄດ້ເວົ້າຫຍັງເລີຍ ແຕ່ພວກເຈົ້າພັດເວົ້າວ່າ ‘ພະເຢໂຫວາເວົ້າຈັ່ງຊີ້.’ ນິມິດແລະຄຳພະຍາກອນຂອງພວກເຈົ້າເປັນເລື່ອງຂີ້ຕົວະ.”’
-
-
ມີກາ 2:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ຖ້າມີຄົນເຮັດໂຕບໍ່ເປັນປະໂຫຍດ ຫຼອກລວງ ແລະເວົ້າຕົວະວ່າ:
“ຂ້ອຍຈະພະຍາກອນໃຫ້ເຈົ້າຟັງເລື່ອງເຫຼົ້າແລະເຫຼົ້າແວງ”
ລາວກໍເປັນແຕ່ຜູ້ພະຍາກອນທີ່ເວົ້າໃຫ້ຄົນເຫຼົ່ານີ້ພໍໃຈເທົ່ານັ້ນ.+
-