-
ພະບັນຍັດ 4:25, 26ຄຳພີໄບເບິນສະບັບແປໂລກໃໝ່
-
-
25 ຖ້າພວກເຈົ້າຢູ່ໃນແຜ່ນດິນນັ້ນດົນຫຼາຍປີຈົນມີລູກມີຫຼານ ແລ້ວພວກເຈົ້າກໍເຮັດໃຫ້ໂຕເອງຖືກທຳລາຍໂດຍເຮັດຮູບຫຍັງກໍຕາມເພື່ອນະມັດສະການ+ ແລະເຮັດໃຫ້ພະເຢໂຫວາພະເຈົ້າຂອງພວກເຈົ້າບໍ່ພໍໃຈໂດຍເຮັດສິ່ງຊົ່ວໃນສາຍຕາເພິ່ນ+ 26 ໃນມື້ນີ້ ຂ້ອຍຈະໃຫ້ຟ້າດິນເປັນພະຍານວ່າ ພວກເຈົ້າຈະຖືກທຳລາຍຢ່າງໄວໃນແຜ່ນດິນທີ່ພວກເຈົ້າຈະຂ້າມແມ່ນ້ຳຈໍແດນໄປຍຶດເອົານັ້ນ. ພວກເຈົ້າຈະຢູ່ໃນແຜ່ນດິນນັ້ນໄດ້ບໍ່ດົນ ແລະຈະຖືກທຳລາຍຢ່າງແນ່ນອນ.+
-
-
ເອເຊກຽນ 20:8ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ແຕ່ເຂົາເຈົ້າພັດກະບົດເຮົາແລະບໍ່ຍອມຟັງເຮົາ. ເຂົາເຈົ້າບໍ່ຖິ້ມສິ່ງທີ່ເປັນຕາຂີ້ດຽດທີ່ເຂົາເຈົ້າຂາບໄຫວ້ແລະບໍ່ຖິ້ມຮູບບູຊາທີ່ເປັນຕາຂີ້ດຽດຂອງເອຢິບ.+ ເຮົາຈຶ່ງບອກວ່າເຮົາຈະປ່ອຍຄວາມໃຈຮ້າຍຂອງເຮົາໃສ່ເຂົາເຈົ້າສຸດຂີດໃນແຜ່ນດິນເອຢິບ.
-