-
ພະບັນຍັດ 7:15ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ພະເຢໂຫວາຈະປົກປ້ອງພວກເຈົ້າບໍ່ໃຫ້ມີໂລກໄພໄຂ້ເຈັບ. ເພິ່ນຈະບໍ່ໃຫ້ພວກເຈົ້າເຈິກັບໂລກລະບາດຮ້າຍແຮງຄືກັບທີ່ພວກເຈົ້າເຄີຍເຫັນໃນເອຢິບ.+ ແຕ່ຖ້າຜູ້ໃດກຽດຊັງພວກເຈົ້າ ເພິ່ນກໍຈະໃຫ້ພວກເຂົາເຈິສິ່ງເຫຼົ່ານັ້ນ.
-
-
ພະນິມິດ 22:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ແລ້ວທູດສະຫວັນອົງນັ້ນກໍໃຫ້ຂ້ອຍເບິ່ງແມ່ນ້ຳສາຍໜຶ່ງທີ່ມີນ້ຳທີ່ໃຫ້ຊີວິດ.+ ນ້ຳນັ້ນໃສຄືແກ້ວ. ມັນໄຫຼອອກມາຈາກບັນລັງຂອງພະເຈົ້າແລະຂອງແກະນ້ອຍຂອງພະເຈົ້າ.+ 2 ມັນໄຫຼລົງໄປກາງທາງໃຫຍ່ຂອງເມືອງນັ້ນ. ຢູ່ 2 ຟາກຂອງແມ່ນ້ຳມີຕົ້ນໄມ້ທີ່ໃຫ້ຊີວິດທີ່ເປັນໝາກປີລະ 12 ເທື່ອ ເຊິ່ງໝາຍຄວາມວ່າມັນເປັນໝາກເດືອນລະເທື່ອ. ໃບຂອງຕົ້ນໄມ້ເຫຼົ່ານັ້ນໃຊ້ປົວຄົນຈາກຊາດຕ່າງໆ.+
-