ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 146:8
    ຄຳພີໄບເບິນສະບັບແປໂລກໃໝ່
    •  8 ພະ​ເຢໂຫວາ​ເຮັດ​ໃຫ້​ຄົນ​ຕາບອດ​ເບິ່ງ​ເຫັນ.+

      ພະ​ເຢໂຫວາ​ໂຈມ​ເອົາ​ຄົນ​ທີ່​ໝູບ​ໜ້າ​ລົງ.+

      ພະ​ເຢໂຫວາ​ຮັກ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

  • ເອຊາຢາ 42:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ເຮົາ​ຈະ​ນຳ​ໜ້າ​ຄົນ​ຕາ​ບອດ​ໄປ​ໃນ​ທາງ​ທີ່​ເຂົາເຈົ້າ​ບໍ່​ຮູ້ຈັກ+

      ແລະ​ພາ​ເຂົາເຈົ້າ​ໄປ​ໃນ​ທາງ​ທີ່​ເຂົາເຈົ້າ​ບໍ່​ເຄີຍ​ໄປ.+

      ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ມືດ​ທີ່​ຢູ່​ຕໍ່​ໜ້າ​ເຂົາເຈົ້າ​ກາຍ​ເປັນ​ຄວາມ​ສະຫວ່າງ+

      ແລະ​ຈະ​ເຮັດ​ໃຫ້​ບ່ອນ​ທີ່​ມີ​ຂຸມ​ກາຍ​ເປັນ​ບ່ອນ​ພຽງ.+

      ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ຈະ​ເຮັດສຳລັບເຂົາເຈົ້າ ແລະ​ເຮົາ​ຈະ​ບໍ່​ປະຖິ້ມ​ເຂົາເຈົ້າ.”

  • ມັດທາຍ 9:28-30
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ເມື່ອ​ພະ​ເຢຊູ​ເຂົ້າ​ໄປ​ໃນ​ເຮືອນ ຜູ້​ຊາຍ​ຕາບອດ 2 ຄົນ​ນັ້ນ​ກໍ​ນຳ​ຫຼັງ​ເພິ່ນ​ໄປ ເພິ່ນ​ຈຶ່ງ​ຖາມ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ເຊື່ອ​ແທ້​ໆ​ບໍ​ວ່າຂ້ອຍ​ເຮັດໃຫ້​ພວກ​ເຈົ້າ​ເບິ່ງ​ເຫັນ​ໄດ້?”+ ທັງ​ສອງ​ຄົນ​ຕອບ​ວ່າ: “ແມ່ນ ນາຍ​ເອີ້ຍ ພວກ​ເຮົາ​ເຊື່ອ​ແທ້​ໆ​.” 29 ພະ​ເຢຊູ​ຈຶ່ງ​ບາຍ​ຕາ​ຂອງ​ເຂົາເຈົ້າ+​ແລະ​ເວົ້າ​ວ່າ: “ຄັນຊັ້ນ​ກໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພວກ​ເຈົ້າ​ເຊື່ອ.” 30 ແລ້ວ​ເຂົາເຈົ້າ​ກໍ​ເຫັນ​ຮຸ່ງ ແລະ​ພະ​ເຢຊູ​ສັ່ງ​ເຂົາເຈົ້າ​ຢ່າງ​ໜັກແໜ້ນ​ວ່າ: “ຢ່າ​ບອກ​ເລື່ອງ​ນີ້​ໃຫ້​ຜູ້​ໃດ​ຮູ້​ເດີ້.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌