-
2 ຂ່າວຄາວ 32:21ຄຳພີໄບເບິນສະບັບແປໂລກໃໝ່
-
-
21 ພະເຢໂຫວາຈຶ່ງສົ່ງທູດສະຫວັນອົງໜຶ່ງມາຂ້າພວກທະຫານທີ່ເກັ່ງໆ+ ພວກຫົວໜ້າ ແລະພວກຫົວໜ້າກອງທັບທີ່ຢູ່ຄ້າຍຂອງກະສັດອັດຊີເຣຍຕາຍຈົນໝົດ. ກະສັດອັດຊີເຣຍກັບເມືອປະເທດຂອງໂຕເອງດ້ວຍຄວາມອັບອາຍ. ຕໍ່ມາ ຕອນທີ່ລາວເຂົ້າໄປໃນວິຫານຂອງພະເຈົ້າຂອງລາວ ພວກລູກຊາຍຂອງລາວກໍໄດ້ເອົາດາບຂ້າລາວຕາຍ.+
-
-
ເອຊາຢາ 37:37, 38ຄຳພີໄບເບິນສະບັບແປໂລກໃໝ່
-
-
37 ເມື່ອເປັນແບບນັ້ນ ເຊນນາເກຣິບກະສັດຂອງອັດຊີເຣຍຈຶ່ງກັບໄປຢູ່ເມືອງນີເນເວ.+ 38 ມື້ໜຶ່ງຕອນທີ່ເຊນນາເກຣິບກຳລັງກົ້ມກາບພະນິດສະໂຣກຢູ່ໃນວິຫານ ລູກຊາຍຂອງລາວຊື່ອັດຣຳເມເລັກກັບຊາເຣັດເຊໄດ້ເອົາດາບຂ້າລາວຕາຍ+ ແລ້ວເຂົາເຈົ້າກໍໜີໄປຢູ່ອາຣາຣັດ.+ ອາຊາຮັດໂດນ+ລູກຊາຍອີກຜູ້ໜຶ່ງຂອງເຊນນາເກຣິບກໍເປັນກະສັດແທນ.
-