ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 19:14-19
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ເຮເຊກີຢາ​ໄດ້​ເອົາ​ຈົດໝາຍ​ຈາກ​ພວກ​ຜູ້​ສົ່ງ​ຂ່າວ​ມາ​ອ່ານ. ຈາກນັ້ນ ລາວ​ກໍ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ເອົາ​ຈົດໝາຍ​ເຫຼົ່ານັ້ນ​ວາງ​ຢູ່​ຕໍ່ໜ້າ​ພະ​ເຢໂຫວາ.+ 15 ເຮເຊກີຢາ​ອະທິດຖານ​+ຫາ​ພະ​ເຢໂຫວາ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ນັ່ງ​ຢູ່​ບັນລັງ​ເທິງ*ເຄຣູບ+ ພະອົງ​ເປັນ​ພະເຈົ້າ​ອົງ​ດຽວ​ທ່ຽງແທ້​ຂອງ​ທຸກ​ປະເທດ​ໃນ​ໂລກ​ນີ້.+ ພະອົງ​ເປັນ​ຜູ້​ສ້າງ​ຟ້າ​ແລະ​ໂລກ. 16 ພະ​ເຢໂຫວາ ຂໍ​ໃຫ້​ພະອົງ​ຟັງ.+ ພະ​ເຢໂຫວາ ຂໍ​ໃຫ້​ພະອົງ​ເບິ່ງ.+ ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຂໍ​ພະອົງ​ຟັງ​ສິ່ງ​ທີ່​ເຊນນາເກຣິບ​ເວົ້າ​ເຍາະເຍີ້ຍ​ພະອົງ. 17 ພະ​ເຢໂຫວາ ກະ​ແມ່ນ​ຢູ່​ທີ່​ພວກ​ກະສັດ​ອັດຊີເຣຍ​ໄດ້​ທຳລາຍ​ປະເທດ​ຕ່າງ​ໆ​+ 18 ແລະ​ເຂົາເຈົ້າ​ໄດ້​ໂຍນ​ພະເຈົ້າ​ຂອງ​ປະເທດ​ເຫຼົ່ານັ້ນ​ຖິ້ມ​ໃນ​ໄຟ. ສິ່ງ​ເຫຼົ່ານັ້ນ​ບໍ່​ແມ່ນ​ພະເຈົ້າ​ແທ້​ໆ​+ ແຕ່​ເປັນ​ສິ່ງ​ທີ່​ມະນຸດ​ເອົາ​ໄມ້​ແລະ​ຫີນ​ເຮັດ​ຊື່​ໆ​+ ເຂົາເຈົ້າ​ຈຶ່ງ​ທຳລາຍ​ໄດ້. 19 ພະ​ເຢໂຫວາ​ພະເຈົ້າ ຕອນ​ນີ້​ຂໍ​ຊ່ວຍ​ພວກເຮົາ​ໃຫ້​ລອດ​ຈາກ​ກະສັດ​ອັດຊີເຣຍ ເພື່ອ​ທຸກ​ປະເທດ​ໃນ​ໂລກ​ນີ້​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່ານັ້ນ​ທີ່​ເປັນ​ພະເຈົ້າ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌