-
2 ກະສັດ 15:29ຄຳພີໄບເບິນສະບັບແປໂລກໃໝ່
-
-
29 ຕອນທີ່ເປກາເປັນກະສັດປົກຄອງອິດສະຣາເອນ ຕິກລາດປີເລເຊ+ກະສັດຂອງອັດຊີເຣຍໄດ້ມາໂຈມຕີແລະຍຶດເອົາເມືອງອີໂຢນ ເມືອງອາເບັນເບັດມາອະກາ+ ເມືອງຢາໂນອາ ເມືອງເກເດັດ+ ເມືອງຮາໂສ ເມືອງກິລຽດ+ ລວມທັງຄາລີເລເຊິ່ງເປັນເຂດຂອງຕະກູນນັບທາລີ+ ແລະລາວໄດ້ຈັບເອົາຄົນໃນເມືອງເຫຼົ່ານີ້ໄປເປັນຊະເລີຍຢູ່ອັດຊີເຣຍ.+
-
-
2 ກະສັດ 16:8, 9ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ອາຮາດເອົາເງິນກັບຄຳທີ່ຢູ່ໃນວິຫານຂອງພະເຢໂຫວາແລະໃນຄັງຊັບສິນຢູ່ວັງຂອງກະສັດສົ່ງໄປໃຫ້ກະສັດອັດຊີເຣຍເພື່ອຊື້ຈ້າງລາວ.+ 9 ກະສັດອັດຊີເຣຍຈຶ່ງເຮັດຕາມທີ່ກະສັດອາຮາດຂໍ. ລາວໄປໂຈມຕີເມືອງດາມາເຊແລະຍຶດເມືອງນັ້ນໄດ້. ລາວຈັບຄົນຢູ່ເມືອງນັ້ນໄປເປັນຊະເລີຍຢູ່ກີເຣ+ ແລະລາວໄດ້ຂ້າເຣຊິນ.+
-
-
1 ຂ່າວຄາວ 5:26ຄຳພີໄບເບິນສະບັບແປໂລກໃໝ່
-
-
26 ພະເຈົ້າຂອງອິດສະຣາເອນໄດ້ກະຕຸ້ນຄວາມຄິດຂອງກະສັດປູນທີ່ເປັນກະສັດຂອງອັດຊີເຣຍ+ (ເຊິ່ງມີອີກຊື່ໜຶ່ງວ່າຕິກລັດປິເລເສ)+ ໃຫ້ຈັບຄົນໃນຕະກູນຣູເບັນ ຕະກູນຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊໄປເປັນຊະເລີຍ. ຈາກນັ້ນກໍໃຫ້ເຂົາເຈົ້າໄປຢູ່ຮາລາ ຮາໂບ ແລະຮາຣາທີ່ຢູ່ໃກ້ແມ່ນ້ຳໂກຊານ.+ ເຂົາເຈົ້າຢູ່ຫັ້ນຈົນຮອດທຸກມື້ນີ້.
-