ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຂ່າວຄາວ 5:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ຕອນ​ທີ່​ພວກ​ນັກຮ້ອງ​ກັບ​ຄົນ​ເປົ່າ​ແກ​ເລີ່ມ​ຮ້ອງ​ເພງ​ແລະ​ເປົ່າ​ແກ​ເພື່ອ​ສັນລະເສີນ​ແລະ​ຂອບໃຈ​ພະ​ເຢໂຫວາ ກໍ​ມີ​ສຽງ​ແກ ສຽງ​ແສ່ງ ແລະ​ສຽງ​ເຄື່ອງ​ດົນຕີ​ອື່ນ​ໆ​ດັງ​ຂຶ້ນ. ເຂົາ​ເຈົ້າ​ພາກັນ​ສັນລະເສີນ​ພະ​ເຢໂຫວາ​ວ່າ: “ພະອົງ​ດີ​ແທ້​ໆ​ ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດໄປ.”+ ຈາກ​ນັ້ນ ກໍ​ມີ​ຂີ້ເຝື້ອ​ມາ​ປົກ​ຄຸມ​ວິຫານ​ຂອງ​ພະ​ເຢໂຫວາ.+

  • ເອັດຊະຣາ 3:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ເຂົາ​ເຈົ້າ​ສະຫຼັບ​ກັນ​ຮ້ອງ​ເພງ+​ເພື່ອ​ສັນລະເສີນ​ແລະ​ຂອບໃຈ​ພະ​ເຢໂຫວາ​ວ່າ: “ພະອົງ​ດີ​ແທ້​ໆ​ ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ+​ຕໍ່​ພວກ​ອິດສະຣາເອນ.” ຈາກ​ນັ້ນ ປະຊາຊົນ​ທຸກ​ຄົນ​ກໍ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ ຍ້ອນ​ເຂົາ​ເຈົ້າ​ໄດ້​ວາງ​ຮາກ​ຖານ​ວິຫານ​ຂອງ​ພະ​ເຢໂຫວາ​ແລ້ວ​ໆ​.

  • ເພງສັນລະເສີນ 106:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 106 ໃຫ້​ສັນລະເສີນ​ພະ​ເຢໂຫວາ*

      ໃຫ້​ຂອບໃຈ​ພະ​ເຢໂຫວາ​ຍ້ອນ​ເພິ່ນ​ດີ​ແທ້​ໆ​.+

      ເພິ່ນ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດໄປ.+

  • ເອຊາຢາ 12:4
    ຄຳພີໄບເບິນສະບັບແປໂລກໃໝ່
    •  4 ໃນ​ມື້​ນັ້ນ ພວກເຈົ້າ​ຈະ​ເວົ້າ​ວ່າ:

      “ໃຫ້​ພວກ​ເຮົາ​ຂອບໃຈ​ພະ​ເຢໂຫວາ​ແລະ​ຮ້ອງ​ຊື່​ເພິ່ນ.

      ບອກ​ທຸກ​ຄົນ​ໃຫ້​ຮູ້​ວ່າ​ເພິ່ນ​ໄດ້​ເຮັດ​ຫຍັງ​ແດ່.+

      ບອກ​ທຸກ​ຄົນ​ໃຫ້​ຮູ້​ວ່າ​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ການ​ຍົກຍ້ອງ​ຫຼາຍ​ສ່ຳ​ໃດ.+

  • ມີກາ 7:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ບໍ່​ມີ​ພະເຈົ້າ​ອົງ​ໃດ​ທຽບ​ກັບ​ພະອົງ​ໄດ້.

      ພະອົງ​ຍົກໂທດ​ແລະ​ບໍ່​ຈື່​ຄວາມຜິດ+​ຂອງ​ປະຊາຊົນ*​ຂອງ​ພະອົງ​ທີ່​ຍັງ​ເຫຼືອ​ຢູ່.+

      ພະອົງ​ຈະ​ບໍ່​ໃຈຮ້າຍ​ຕະຫຼອດໄປ

      ຍ້ອນ​ພະອົງ​ຢາກ​ສະແດງ​ຄວາມຮັກທີ່ໝັ້ນຄົງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌