ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 21:2
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 ຖ້າ​ເຈົ້າ​ຊື້​ຄົນ​ເຮັບເຣີ​ມາ​ເປັນ​ທາດ+ ລາວ​ຈະ​ເປັນ​ທາດ​ຢູ່ 6 ປີ ແຕ່​ປີ​ທີ 7 ລາວ​ຈະ​ເປັນ​ອິດ​ສະຫຼະ​ໂດຍ​ບໍ່​ຕ້ອງ​ໄຊ້​ຫຍັງ​ຄືນ.+

  • ລະບຽບພວກເລວີ 25:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ປີ​ທີ 50 ພະເຈົ້າ​ຈະ​ຖື​ວ່າ​ເປັນ​ປີທີ່​ບໍລິສຸດ. ເຈົ້າ​ຕ້ອງ​ປະກາດ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ໃຫ້​ທຸກ​ຄົນ.+ ປີ​ນັ້ນ​ຈະ​ເປັນປີແຫ່ງອິດ​ສະຫຼະ.* ເຈົ້າ​ຈະໄດ້​ດິນ​ທີ່​ຂາຍ​ໄປ​ແລ້ວ​ຄືນ​ມາ ແລະ​ຜູ້​ໃດ​ທີ່​ຖືກ​ຂາຍ​ໄປ​ເປັນ​ທາດ​ກໍ​ຊິ​ໄດ້​ກັບ​ໄປ​ຢູ່​ນຳ​ຄອບຄົວ​ຄື​ເກົ່າ.+

  • ລະບຽບພວກເລວີ 25:39-42
    ຄຳພີໄບເບິນສະບັບແປໂລກໃໝ່
    • 39 ຖ້າ​ຄົນ​ອິດສະຣາເອນ​ຄົນ​ໃດ​ກາຍ​ເປັນ​ຄົນ​ທຸກ​ຍາກ ແລະ​ຕ້ອງ​ຂາຍ​ໂຕເອງ​ໃຫ້​ເຈົ້າ+ ຫ້າມ​ບັງຄັບ​ລາວ​ໃຫ້​ເຮັດ​ວຽກ​ຄື​ກັບ​ທາດ.+ 40 ເຈົ້າ​ຕ້ອງ​ໃຊ້​ລາວ​ຄື​ກັບ​ຄົນ​ຮັບຈ້າງ+ ແລະ​ຄື​ກັບ​ຄົນ​ຕ່າງ​ຊາດ​ທີ່​ເຮັດ​ວຽກ​ໃຫ້​ເຈົ້າ. ລາວ​ຈະ​ເຮັດ​ວຽກ​ໃຫ້​ເຈົ້າ​ຈົນ​ຮອດ​ປີ​ແຫ່ງ​ອິດ​ສະຫຼະ. 41 ຈາກ​ນັ້ນ ລາວ​ກັບ​ພວກ​ລູກ​ຂອງ​ລາວ​ຈະ​ກັບ​ໄປ​ຢູ່​ກັບ​ພີ່ນ້ອງ​ຂອງ​ລາວ. ລາວ​ຈະ​ກັບ​ໄປ​ຢູ່​ດິນ​ຂອງ​ປູ່ຍ່າຕານາຍ​ຂອງ​ລາວ.+ 42 ເຮົາ​ໄດ້​ຊື້​ຄົນ​ອິດສະຣາເອນ​ທຸກ​ຄົນ​ຈາກ​ແຜ່ນດິນ​ເອຢິບ​ມາ​ເປັນ​ທາດ​ຂອງ​ເຮົາ.+ ຍ້ອນ​ແນວ​ນີ້ ເຂົາ​ເຈົ້າ​ບໍ່​ຄວນ​ຖືກ​ຊື້​ຂາຍ​ຄື​ກັບ​ເປັນ​ທາດ.

  • ພະບັນຍັດ 15:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ຖ້າ​ພີ່​ນ້ອງ​ຄົນ​ເຮັບເຣີ​ຂອງ​ເຈົ້າ ບໍ່​ວ່າ​ຈະ​ເປັນ​ຜູ້​ຊາຍ​ຫຼື​ຜູ້​ຍິງ​ໄດ້​ຂາຍ​ໂຕເອງ​ເປັນ​ທາດ​ຂອງ​ເຈົ້າ ແລະ​ໄດ້​ເຮັດ​ວຽກ​ໃຫ້​ເຈົ້າ 6 ປີ​ແລ້ວ ໃນ​ປີ​ທີ 7 ເຈົ້າ​ຕ້ອງ​ປ່ອຍ​ລາວ​ເປັນ​ອິດ​ສະຫຼະ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌