-
ພະບັນຍັດ 28:15ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງແລະບໍ່ເຮັດຕາມຂໍ້ກຳນົດກົດໝາຍທັງໝົດຂອງພະເຢໂຫວາພະເຈົ້າຂອງພວກເຈົ້າທີ່ຂ້ອຍບອກພວກເຈົ້າໃນມື້ນີ້ ພວກເຈົ້າຈະຖືກສາບແຊ່ງແນວນີ້.+
-
-
ໂຢຊວຍ 23:15, 16ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ແຕ່ຄືກັບທີ່ພະເຢໂຫວາພະເຈົ້າຂອງພວກເຈົ້າໄດ້ເຮັດໃຫ້ຄຳສັນຍາດີໆທີ່ເພິ່ນເວົ້າໄວ້ເກີດຂຶ້ນແທ້+ ພະເຢໂຫວາກໍຈະເຮັດໃຫ້ຄວາມຈິບຫາຍທີ່ເພິ່ນສັນຍາໄວ້ເກີດຂຶ້ນກັບພວກເຈົ້າແນ່ນອນ ແລະຈະທຳລາຍພວກເຈົ້າໃຫ້ໝົດໄປຈາກແຜ່ນດິນດີໆນີ້ທີ່ພະເຢໂຫວາພະເຈົ້າຂອງພວກເຈົ້າໄດ້ເອົາໃຫ້ພວກເຈົ້າ.+ 16 ຖ້າພວກເຈົ້າບໍ່ເຮັດຕາມທີ່ສັນຍາໄວ້ກັບພະເຢໂຫວາພະເຈົ້າຂອງພວກເຈົ້າແລະບໍ່ເຮັດຕາມຄຳສັ່ງຂອງເພິ່ນ ແລະຖ້າພວກເຈົ້າໄປຂາບໄຫວ້ແລະນະມັດສະການພະເຈົ້າອື່ນ ພະເຢໂຫວາຈະໃຈຮ້າຍໃຫ້ພວກເຈົ້າຫຼາຍ+ ແລະເພິ່ນຈະເຮັດໃຫ້ພວກເຈົ້າຕາຍໄປໄວໆຈາກແຜ່ນດິນດີໆທີ່ເພິ່ນເອົາໃຫ້ພວກເຈົ້າ.”+
-