ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 3:11, 12
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ແຕ່​ໂມເຊ​ບອກ​ພະເຈົ້າ​ທ່ຽງແທ້​ວ່າ: “ລູກ​ເປັນ​ພຽງ​ຄົນ​ທຳມະດາ. ລູກ​ຊິ​ໄປ​ຫາ​ຟາໂຣ​ແລະ​ຊ່ວຍ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ​ໄດ້​ຈັ່ງ​ໃດ​?” 12 ເພິ່ນ​ຕອບ​ວ່າ: “ເຮົາ​ຈະ​ຢູ່​ກັບ​ເຈົ້າ.+ ເຈົ້າ​ຈະ​ພາ​ຄົນ​ຂອງ​ເຮົາ​ອອກ​ຈາກ​ເອຢິບ. ແລ້ວ​ພວກ​ເຈົ້າ​ຈະ​ນະມັດສະການ​ເຮົາ​ຢູ່​ພູ​ໜ່ວຍ​ນີ້.+ ເຮົາ​ສັນຍາ​ກັບ​ເຈົ້າ​ແນວ​ນີ້​ແລະ​ເມື່ອ​ມັນ​ເປັນ​ໄປ​ຕາມ​ນີ້​ແທ້​ໆ​ ເຈົ້າ​ກໍ​ຈະ​ເຫັນ​ກັບ​ຕາ​ວ່າ​ພະເຈົ້າ​ທ່ຽງແທ້​ເປັນ​ຜູ້​ສົ່ງ​ເຈົ້າ​ໄປ.”

  • ເຢເຣມີຢາ 15:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ກຳແພງ​ທອງແດງ​ທີ່​ແຂງແຮງ​ໃນ​ກຸ່ມ​ຄົນ​ເຫຼົ່າ​ນີ້.+

      ເຂົາ​ເຈົ້າ​ຈະ​ມາ​ຕໍ່ສູ້​ເຈົ້າ​ແນ່ນອນ

      ແຕ່​ເຂົາ​ເຈົ້າ​ຈະ​ບໍ່​ຊະນະ​ເຈົ້າ+

      ຍ້ອນ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ.

  • ກິດຈະການ 18:9, 10
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ໃນ​ຄືນ​ໜຶ່ງ ຜູ້​ເປັນ​ນາຍ​ໄດ້​ເວົ້າ​ກັບ​ໂປໂລ​ໃນ​ນິມິດ​ວ່າ: “ບໍ່​ຕ້ອງ​ຢ້ານ. ປະກາດ​ຕໍ່​ໄປ​ແລະ​ຢ່າ​ເຊົາ. 10 ຂ້ອຍ​ຢູ່​ນຳ​ເຈົ້າ+​ແລະ​ຈະ​ບໍ່​ມີ​ຜູ້​ໃດທຳຮ້າຍ​ເຈົ້າ​ໄດ້. ໃນ​ເມືອງ​ນີ້​ຍັງ​ມີ​ອີກ​ຫຼາຍ​ຄົນ​ທີ່​ຈະ​ເຂົ້າ​ມາ​ເຊື່ອ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌