-
ເຢເຣມີຢາ 41:10ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ອິດຊະມາເອນຈັບຄົນທັງໝົດທີ່ເຫຼືອຢູ່ໃນເມືອງມິດຊະປາໄປ+ ເຊິ່ງກໍຄືພວກລູກສາວຂອງກະສັດແລະຄົນອື່ນໆທີ່ເຫຼືອຢູ່ເມືອງມິດຊະປາ. ຄົນເຫຼົ່ານີ້ແມ່ນຄົນທີ່ເນບູຊາຣາດານຫົວໜ້າທະຫານປ້ອງກັນໂຕກະສັດປະໄວ້ໃຫ້ເກດາລີຢາລູກຊາຍຂອງອາຮີກາມເບິ່ງແຍງ.+ ອິດຊະມາເອນລູກຊາຍຂອງເນທານີອາຈັບເຂົາເຈົ້າໄປເປັນຊະເລີຍແລະລາວໄດ້ຂ້າມໄປເຂດຂອງພວກອຳໂມນ.+
-