ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 28:45
    ຄຳພີໄບເບິນສະບັບແປໂລກໃໝ່
    • 45 ຄຳ​ສາບແຊ່ງ​ທັງ​ໝົດ​ນີ້+​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ ແລະ​ຈະ​ຕິດ​ໂຕ​ພວກ​ເຈົ້າ​ໄປ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ+ ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລະ​ບໍ່​ໄດ້​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ທີ່​ເພິ່ນ​ໄດ້​ສັ່ງ​ພວກ​ເຈົ້າ.+

  • ເຢເຣມີຢາ 44:12-14
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ເຮົາ​ຈະ​ເຮັດ​ໃຫ້​ຄົນ​ຢູດາ​ທີ່​ເຫຼືອ​ຢູ່​ທີ່​ຕັ້ງໃຈ​ຈະ​ໄປ​ຢູ່​ເອຢິບ​ຕາຍ​ຢູ່​ແຜ່ນດິນ​ນັ້ນ.+ ເຂົາ​ເຈົ້າ​ຈະ​ຖືກ​ຂ້າ​ດ້ວຍ​ດາບ​ແລະ​ຕາຍ​ດ້ວຍ​ຄວາມ​ອຶດຢາກ. ເດັກນ້ອຍ​ຈົນ​ຮອດ​ຜູ້​ເຖົ້າ​ກໍ​ຈະ​ຖືກ​ຂ້າ​ດ້ວຍ​ດາບ​ແລະ​ຈະ​ຕາຍ​ຍ້ອນ​ຄວາມ​ອຶດຢາກ. ເຂົາ​ເຈົ້າ​ຈະ​ຖືກ​ສາບແຊ່ງ ຖືກ​ເຮັດ​ໃຫ້​ເສຍ​ກຽດ ແລະ​ຖືກ​ຕຳໜິ.+ ຊາດ​ຕ່າງ​ໆ​ທີ່​ເຫັນ​ເຂົາ​ເຈົ້າ​ຈະ​ຕົກໃຈ​ແລະ​ຢ້ານ​ຫຼາຍ. 13 ເຮົາ​ຈະ​ລົງໂທດ​ຄົນ​ທີ່​ໄປ​ອາໄສ​ຢູ່​ເອຢິບ​ດ້ວຍ​ດາບ ດ້ວຍ​ຄວາມ​ອຶດຢາກ ແລະ​ດ້ວຍ​ໂລກ​ລະບາດ*+​ຄື​ກັບ​ທີ່​ເຮົາ​ໄດ້​ລົງໂທດ​ເຢຣູຊາເລັມ. 14 ຄົນ​ທີ່​ເຫຼືອ​ຢູ່​ຢູດາ​ທີ່​ໄປ​ອາໄສ​ຢູ່​ເອຢິບ​ຈະ​ບໍ່​ລອດ​ຊີວິດ​ແລະ​ຈະ​ບໍ່​ໄດ້​ກັບ​ໄປ​ຢູດາ​ອີກ. ເຂົາ​ເຈົ້າ​ຈະ​ຢາກ​ກັບ​ໄປ​ຢູ່​ຫັ້ນ ແຕ່​ຈະ​ບໍ່​ໄດ້​ກັບ​ໄປ. ຍົກເວັ້ນ​ບໍ່​ເທົ່າ​ໃດ​ຄົນ​ທີ່​ໜີ​ໄປ​ໄດ້.’”

  • ເຢເຣມີຢາ 44:27, 28
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ຕອນນີ້ ເຮົາ​ກຳລັງ​ເຝົ້າ​ເບິ່ງ​ເຂົາ​ເຈົ້າ​ເພື່ອ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈິ​ແນວ​ບໍ່​ດີ​ແລະ​ເຈິ​ຄວາມ​ຈິບຫາຍ.+ ຄົນ​ຢູດາ​ທຸກ​ຄົນ​ທີ່​ຢູ່​ໃນ​ເອຢິບ​ຈະ​ຖືກ​ຂ້າ​ດ້ວຍ​ດາບ​ແລະ​ຈະ​ຕາຍ​ຍ້ອນ​ຄວາມ​ອຶດຢາກ​ຈົນ​ບໍ່​ເຫຼືອ​ຈັກ​ຄົນ.+ 28 ຈະ​ມີ​ບໍ່​ເທົ່າ​ໃດ​ຄົນ​ເທົ່າ​ນັ້ນ​ທີ່​ລອດ​ຊີວິດ​ຈາກ​ດາບ​ແລະ​ໄດ້​ອອກ​ຈາກ​ເອຢິບ​ກັບ​ໄປ​ຢູ່​ຢູດາ.+ ຕອນ​ນັ້ນ ຄົນ​ຢູດາ​ທີ່​ເຫຼືອ​ຢູ່​ເອຢິບ​ຈະ​ໄດ້​ຮູ້​ວ່າ​ຄຳ​ເວົ້າ​ຂອງ​ໃຜ​ເກີດ​ຂຶ້ນ​ແທ້ ຂອງ​ເຮົາ​ຫຼື​ຂອງ​ເຂົາ​ເຈົ້າ.”’

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌