ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 25:8-10
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ໃນ​ວັນ​ທີ 7 ເດືອນ​ທີ 5 ຂອງ​ປີ​ທີ 19 ທີ່​ເນບູກາດເນັດຊາ​ເປັນ​ກະສັດ​ປົກຄອງ​ບາບີໂລນ ເນບູຊາຣາດານ+ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ບາບີໂລນ​ໄດ້​ມາ​ເມືອງ​ເຢຣູຊາເລັມ.+ 9 ລາວ​ໄດ້​ຈູດ​ວິຫານ​ຂອງ​ພະ​ເຢໂຫວາ+ ວັງ​ຂອງ​ກະສັດ+ ເຮືອນ​ທຸກ​ຫຼັງ​ໃນ​ເມືອງ​ເຢຣູຊາເລັມ+ ແລະ​ເຮືອນ​ຂອງ​ຄົນ​ສຳຄັນ​ທຸກ​ຄົນ.+ 10 ພວກ​ທະຫານ​ການເດອາ​ທີ່​ມາ​ນຳ​ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ+ໄດ້​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ.

  • 2 ຂ່າວຄາວ 34:24, 25
    ຄຳພີໄບເບິນສະບັບແປໂລກໃໝ່
    • 24 “ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ນີ້​ເຈິ​ຄວາມ​ຈິບຫາຍ​ແລະ​ຈະລົງໂທດປະຊາຊົນ.+ ຄຳ​ສາບແຊ່ງ​ທຸກ​ຢ່າງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ+​ທີ່​ກະສັດ​ຢູດາ​ອ່ານ​ຈະເກີດ​ຂຶ້ນ​ແທ້. 25 ເຂົາ​ເຈົ້າ​ໄດ້​ປະຖິ້ມ​ເຮົາ+ ໄປ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ອື່ນ ແລະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ໃຫ້​ເຮົາ​ໃຈ​ຮ້າຍ.+ ຍ້ອນ​ແນວ​ນີ້ ເຮົາ​ຈະ​ລົງໂທດ​ປະເທດ​ນີ້​ແລະ​ຈະ​ບໍ່​ມີ​ຫຍັງ​ທີ່​ເຮັດ​ໃຫ້​ເຮົາ​ເຊົາ​ໃຈ​ຮ້າຍ​ໄດ້.’”+

  • 2 ຂ່າວຄາວ 36:16, 17
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ແຕ່​ເຂົາ​ເຈົ້າ​ເຍາະເຍີ້ຍ​ຜູ້​ສົ່ງ​ຂ່າວ​ຂອງ​ພະເຈົ້າ​ທ່ຽງແທ້+ ດູຖູກ​ຄຳ​ເຕືອນ​ຂອງ​ເພິ່ນ+ ແລະ​ດູຖູກ​ຜູ້ພະຍາກອນ​ຂອງ​ເພິ່ນ+ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ+​ຈົນບໍ່​ມີ​ວິທີ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້.

      17 ເພິ່ນ​ຈຶ່ງ​ໃຫ້​ກະສັດ​ຂອງ​ພວກ​ການເດອາ+​ມາ​ຂ້າຄົນ​ໜຸ່ມດ້ວຍ​ດາບ+​ໃນ​ວິຫານ​ຂອງ​ເຂົາ​ເຈົ້າ.+ ລາວ​ບໍ່​ອີ່ຕົນ​ຜູ້​ບ່າວຜູ້​ສາວ ຜູ້​ເຖົ້າ​ຫຼືຄົນ​ທີ່​ເຈັບ​ປ່ວຍ.+ ພະເຈົ້າ​ໄດ້​ມອບ​ທຸກ​ສິ່ງ​ທຸກ​ຢ່າງ​ໄວ້​ໃນ​ມື​ກະສັດ​ຂອງ​ພວກ​ການເດອາ.+

  • ເພງໂສກເສົ້າ 2:4
    ຄຳພີໄບເບິນສະບັບແປໂລກໃໝ່
    •  4 ຄື​ກັບ​ສັດຕູ ເພິ່ນ​ຫ້າງ​ທະນູ​ແລະ​ຍົກ​ມື​ຂວາ​ຂອງ​ເພິ່ນ​ຂຶ້ນ​ຕໍ່ສູ້​ພວກເຮົາ.+

      ເພິ່ນ​ຂ້າ​ທຸກ​ຄົນ​ທີ່​ເປັນຕາຮັກ.+

      ເພິ່ນ​ເທ​ຄວາມ​ໃຈຮ້າຍ​ຂອງ​ເພິ່ນ​ທີ່​ເປັນ​ຄື​ກັບ​ໄຟ+​ໃສ່​ເຕັ້ນ​ຂອງ​ເມືອງ​ຊີໂອນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌