ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 13:6-9
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ຖ້າ​ອ້າຍ​ຫຼື​ນ້ອງຊາຍ ລູກ​ຊາຍ​ຫຼື​ລູກສາວ ເມຍ​ທີ່​ເຈົ້າ​ຮັກ​ຫຼື​ໝູ່​ທີ່​ເຈົ້າ​ສະໜິດ​ລັກ​ຊວນ​ເຈົ້າ​ວ່າ ‘ໄປ໋ ໄປ​ນະມັດສະການ​ພະເຈົ້າ​ອື່ນ​ນຳ​ກັນ​ເນາະ’+ ເຊິ່ງ​ເປັນ​ພະເຈົ້າ​ທີ່​ເຈົ້າ​ແລະ​ປູ່ຍ່າຕານາຍ​ຂອງ​ເຈົ້າ​ບໍ່​ເຄີຍ​ຮູ້ຈັກ 7 ເປັນ​ພະເຈົ້າ​ຂອງ​ຊາດ​ອື່ນ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ ບໍ່​ວ່າ​ຈະ​ຢູ່​ໃກ້​ຫຼື​ຢູ່​ໄກ ຕັ້ງ​ແຕ່​ສຸດ​ຂອບ​ໂລກ​ເບື້ອງ​ນີ້​ຈົນ​ຮອດ​ສຸດ​ຂອບ​ໂລກ​ເບື້ອງ​ນັ້ນ 8 ຫ້າມ​ເຈົ້າ​ຟັງ​ຫຼື​ເຮັດ​ຕາມ​ລາວ.+ ຫ້າມ​ເຈົ້າ​ອີ່ຕົນ​ຫຼື​ປົກ​ປ້ອງ​ລາວ. 9 ແຕ່​ເຈົ້າ​ຕ້ອງ​ຂ້າ​ລາວ.+ ເຈົ້າ​ຕ້ອງເປັນ​ຄົນ​ທຳອິດທີ່​ດຶກ​ກ້ອນ​ຫີນ​ໃສ່​ລາວ ແລ້ວ​ຄົນ​ອື່ນ​ກໍ​ຈະ​ດຶກ​ນຳ​ເຈົ້າ.+

  • ພະບັນຍັດ 32:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ເຂົາ​ເຈົ້າ​ບໍ່​ໄດ້​ເອົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ ແຕ່​ເອົາ​ໃຫ້​ພວກ​ປີສາດ+

      ເຊິ່ງ​ເປັນ​ພະເຈົ້າ​ອື່ນ​ໆ​ທີ່​ເຂົາ​ເຈົ້າ​ບໍ່​ເຄີຍ​ຮູ້ຈັກ

      ເປັນ​ພະເຈົ້າ​ໃໝ່​ໆ​ທີ່​ຫາ​ກໍ​ມີ

      ເຊິ່ງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ບໍ່​ເຄີຍ​ຮູ້ຈັກ.

  • ເຢເຣມີຢາ 19:4
    ຄຳພີໄບເບິນສະບັບແປໂລກໃໝ່
    • 4 ຍ້ອນ​ເຂົາ​ເຈົ້າ​ໄດ້​ຖິ້ມ​ເຮົາ+​ແລະ​ເຮັດ​ໃຫ້​ບ່ອນ​ນີ້​ປ່ຽນ​ໄປ​ຈົນ​ເຮົາ​ບໍ່​ຈື່​ແລ້ວ.+ ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ອື່ນ​ເຊິ່ງ​ເປັນ​ພະເຈົ້າ​ທີ່​ເຂົາ​ເຈົ້າ ປູ່​ຍ່າ​ຕາ​ນາຍ​ຂອງ​ເຂົາ​ເຈົ້າ ແລະ​ພວກ​ກະສັດ​ຢູດາ​ບໍ່​ເຄີຍ​ຮູ້​ຈັກ. ເຂົາ​ເຈົ້າ​ເຮັດ​ໃຫ້​ບ່ອນ​ນີ້​ເຕັມ​ແຕ່​ເລືອດ​ຂອງ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌