ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 16:6
    ຄຳພີໄບເບິນສະບັບແປໂລກໃໝ່
    •  6 ພວກ​ເຮົາ​ໄດ້​ຍິນ​ວ່າ​ໂມອາບ​ຍິ່ງ​ຫຼາຍ.+

      ໂມອາບ​ຍິ່ງ​ຈອງຫອງ​ແລະ​ໂຫດ​ຮ້າຍ​ຫຼາຍ.+

      ເລື່ອງ​ທີ່​ໂມອາບ​ຂີ້​ໂມ້​ຈະ​ບໍ່​ເກີດ​ຂຶ້ນ.

  • ເອຊາຢາ 25:10, 11
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ພະ​ເຢໂຫວາ​ຈະ​ໃຊ້​ມື​ຂອງ​ເພິ່ນ​ປົກປ້ອງ​ພູ​ທີ່​ບໍລິສຸດ​ນີ້.+

      ໂມອາບ​ຈະ​ຖືກ​ຢຽບ​ຈົນ​ແປ​ໃນ​ແຜ່ນ​ດິນ​ຂອງ​ໂຕເອງ+

      ຄື​ກັບ​ເຟືອງ​ທີ່​ຖືກ​ຢຽບ​ຢູ່​ກອງ​ຂີ້​ສັດ.

      11 ເພິ່ນ​ຈະ​ເດ່​ມື​ອອກ​ຟາດ​ໂມອາບ

      ຄື​ກັບ​ຄົນ​ລອຍ​ນ້ຳ​ເດ່​ມື​ອອກ​ຟາດ​ນ້ຳ​ຕອນ​ທີ່​ລອຍ​ຢູ່

      ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ໂມອາບ​ເຊົາ​ຍິ່ງ​ຈອງຫອງ+

      ໂດຍ​ໃຊ້​ມື​ຟາດ​ເຂົາເຈົ້າ.

  • ເຊຟານີຢາ 2:9, 10
    ຄຳພີໄບເບິນສະບັບແປໂລກໃໝ່
    •  9 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ ພະເຈົ້າ​ຂອງ​ອິດສະຣາ​ເອນ​ບອກ​ວ່າ: “ເຮົາ​ສາບານ​ວ່າ​ຕາບ​ໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່

      ໂມອາບ​ຈະ​ກາຍ​ເປັນ​ຄື​ກັບ​ໂຊໂດມ+

      ແລະ​ອຳໂມນ​ຈະ​ກາຍ​ເປັນ​ຄື​ກັບ​ໂກໂມຣາ.+

      ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ຈະ​ມີ​ຫຍ້າ​ຂຶ້ນ​ເຕັມ ເປັນ​ດິນ​ເຄັມ ແລະ​ຈະ​ຮ້າງ​ເປົ່າ​ຕະຫຼອດໄປ.+

      ປະຊາຊົນ​ຂອງ​ເຮົາ​ທີ່​ລອດ​ຊີວິດ​ຈະ​ປຸ້ນ​ເອົາ​ເຄື່ອງ​ຂອງ​ຂອງ​ເຂົາ​ເຈົ້າ.

      ຄົນ​ໃນ​ຊາດ​ຂອງ​ເຮົາ​ທີ່​ເຫຼືອ​ລອດ​ຈະ​ຍຶດ​ເອົາ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ.”

      10 ນີ້​ແມ່ນ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ໄດ້​ຮັບ ຍ້ອນ​ເຂົາ​ເຈົ້າ​ຍິ່ງ​ຈອງຫອງ.+

      ເຂົາ​ເຈົ້າ​ບໍ່​ໃຫ້​ກຽດ​ແລະ​ເຍາະເຍີ້ຍ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌