-
ເຢເຣມີຢາ 18:7-10ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ‘ເມື່ອໃດກໍຕາມທີ່ເຮົາເວົ້າເຖິງການຫຼົກຮາກຫຼົກເຫງົ້າແລະການທຳລາຍຊາດໃດຊາດໜຶ່ງຫຼືປະເທດໃດປະເທດໜຶ່ງ+ 8 ແລ້ວຊາດນັ້ນໄດ້ເຊົາເຮັດຊົ່ວ ເຮົາກໍຈະປ່ຽນໃຈ*ບໍ່ທຳລາຍຊາດນັ້ນຄືກັບທີ່ເຮົາໄດ້ຕັ້ງໃຈໄວ້ຕັ້ງແຕ່ຕອນທຳອິດ.+ 9 ແຕ່ເມື່ອໃດກໍຕາມທີ່ເຮົາເວົ້າເຖິງການສ້າງຊາດໃດຊາດໜຶ່ງຫຼືປະເທດໃດປະເທດໜຶ່ງຂຶ້ນມາ 10 ແລ້ວຊາດນັ້ນໄດ້ເຮັດສິ່ງທີ່ເຮົາເຫັນວ່າຊົ່ວແລະບໍ່ເຊື່ອຟັງເຮົາ ເຮົາກໍຈະປ່ຽນໃຈບໍ່ໃຫ້ມີສິ່ງດີໆເກີດຂຶ້ນກັບຊາດນັ້ນຄືກັບທີ່ເຮົາໄດ້ຕັ້ງໃຈໄວ້ຕັ້ງແຕ່ຕອນທຳອິດ.’
-
-
ເຢເຣມີຢາ 24:5, 6ຄຳພີໄບເບິນສະບັບແປໂລກໃໝ່
-
-
5 “ເຮົາເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າແນວນີ້ ‘ຄືກັບໝາກເດື່ອທີ່ດີເຫຼົ່ານີ້ ເຮົາຈະເຮັດດີກັບພວກຢູດາທີ່ຖືກຈັບໄປເປັນຊະເລີຍເຊິ່ງເຮົາເຮັດໃຫ້ເຂົາເຈົ້າອອກຈາກບ່ອນນີ້ໄປແຜ່ນດິນຂອງພວກການເດອາ. 6 ເຮົາຈະເບິ່ງແຍງເຂົາເຈົ້າ ໃຫ້ເຂົາເຈົ້າໄດ້ຮັບສິ່ງດີໆ ແລະເຮົາຈະໃຫ້ເຂົາເຈົ້າໄດ້ກັບມາແຜ່ນດິນນີ້.+ ເຮົາຈະສ້າງເຂົາເຈົ້າແລະຈະບໍ່ຮື້ຖິ້ມ. ເຮົາຈະປູກເຂົາເຈົ້າແລະຈະບໍ່ຫຼົກຖິ້ມ.+
-