-
ເອຊາຢາ 34:6, 7ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ເຮົາເຢໂຫວາມີດາບ
ແລະດາບນັ້ນຈະມີແຕ່ເລືອດແລະນ້ຳມັນ.+
ເລືອດນັ້ນເປັນເລືອດຂອງແກະໂຕຜູ້ກັບແບ້
ແລະເປັນນ້ຳມັນທີ່ຫຸ້ມໝາກໄຂ່ຫຼັງຂອງແກະໂຕຜູ້.
ເຮົາເຢໂຫວາຈະເຜົາເຄື່ອງບູຊາເອງຢູ່ໂບຊະຣາ
ແລະເຮົາຈະຂ້າລ້າງໃຫຍ່ຢູ່ແຜ່ນດິນເອໂດມ.+
7 ງົວປ່າຈະຖືກຂ້ານຳແກະກັບແບ້.
ງົວທີ່ຍັງບໍ່ເຖົ້າຈະຖືກຂ້ານຳງົວທີ່ໃຫຍ່ແລະແຂງແຮງ.
ແຜ່ນດິນເອໂດມຈະມີແຕ່ເລືອດ
ແລະດິນຈະປຽກດ້ວຍນ້ຳມັນ.”
-
-
ເອເຊກຽນ 39:18ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ພວກເຈົ້າຈະກິນຊີ້ນຂອງພວກທະຫານທີ່ເກັ່ງໆແລະກິນເລືອດຂອງພວກຫົວໜ້າໃນໂລກ. ເຂົາເຈົ້າເປັນແກະໂຕຜູ້ ແກະນ້ອຍ ແບ້ ແລະງົວໂຕຜູ້ ເຊິ່ງເປັນສັດທີ່ຕຸ້ຍພີຈາກບາຊານ.
-