-
ເອຊາຢາ 13:20ຄຳພີໄບເບິນສະບັບແປໂລກໃໝ່
-
-
ຄົນອາຣັບຈະບໍ່ໄປຕັ້ງເຕັ້ນຢູ່ຫັ້ນ
ແລະຄົນລ້ຽງແກະຈະບໍ່ເອົາແກະໄປນອນຢູ່ຫັ້ນ.
-
-
ເອຊາຢາ 14:23ຄຳພີໄບເບິນສະບັບແປໂລກໃໝ່
-
-
23 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ເຮົາຈະເຮັດໃຫ້ເມືອງນີ້ເປັນບ່ອນຢູ່ຂອງໂຕເໝັ້ນແລະເປັນບ່ອນທີ່ມີບຶງຫຼາຍໆ. ເຮົາຈະເອົາຟອຍກວາດເມືອງນີ້ໃຫ້ກ້ຽງ.”+
-
-
ເຢເຣມີຢາ 50:3ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ຍ້ອນຊາດໜຶ່ງຈາກທາງເໜືອໄດ້ມາຕໍ່ສູ້ເມືອງນີ້.+
ຊາດນັ້ນເຮັດໃຫ້ເມືອງນີ້ກາຍເປັນບ່ອນທີ່ເປັນຕາຢ້ານ
ບໍ່ມີໃຜອາໄສຢູ່.
ທັງຄົນແລະສັດກໍໜີໄປໝົດ
ບໍ່ມີໃຜເຫຼືອຢູ່ເລີຍ.”
-
-
ເຢເຣມີຢາ 50:39ຄຳພີໄບເບິນສະບັບແປໂລກໃໝ່
-
-
ຈະບໍ່ມີຜູ້ໃດອາໄສຢູ່ໃນເມືອງນີ້ອີກ
ແລະເມືອງນີ້ຈະບໍ່ໄດ້ເປັນບ່ອນຢູ່ໄປຕະຫຼອດທຸກຍຸກທຸກສະໄໝ.”+
-
-
ເຢເຣມີຢາ 51:29ຄຳພີໄບເບິນສະບັບແປໂລກໃໝ່
-
-
29 ໂລກຈະສັ່ນສະເທືອນ
ຍ້ອນພະເຢໂຫວາຈະເຮັດກັບບາບີໂລນຕາມທີ່ເພິ່ນຕັ້ງໃຈໄວ້.
ບາບີໂລນຈະກາຍເປັນແຜ່ນດິນທີ່ເປັນຕາຢ້ານແລະບໍ່ມີຄົນອາໄສຢູ່ເລີຍ.+
-