ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 28:52
    ຄຳພີໄບເບິນສະບັບແປໂລກໃໝ່
    • 52 ພວກ​ສັດຕູ​ຈະ​ລ້ອມ​ເມືອງ​ຂອງ​ເຈົ້າ​ທຸກ​ໆ​ເມືອງ ແລະ​ບໍ່​ໃຫ້​ຜູ້​ໃດ​ອອກ​ມາ​ໄດ້​ຈົນ​ກວ່າ​ກຳແພງ​ສູງ​ໆ​ ແລະ​ປ້ອມ​ທີ່​ເຈົ້າ​ໝັ້ນໃຈ​ນັ້ນ​ພັງ​ລົງ. ພວກ​ເຂົາ​ຈະ​ລ້ອມ​ທຸກ​ເມືອງ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເອົາ​ໃຫ້​ເຈົ້າ.+

  • 2 ກະສັດ 25:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 25 ໃນ​ວັນ​ທີ 10 ເດືອນ​ທີ 10 ຂອງ​ປີ​ທີ 9 ທີ່​ເຊເດກີຢາ​ປົກຄອງ ເນບູກາດເນັດຊາ+ກະສັດ​ຂອງ​ບາບີໂລນ​ໄດ້​ຍົກ​ກອງ​ທັບ​ມາ​ຕໍ່ສູ້​ເມືອງ​ເຢຣູຊາເລັມ.+ ລາວ​ໄດ້​ຕັ້ງ​ຄ້າຍ​ແລະ​ເຮັດ​ກຳແພງ​ອ້ອມ​ເມືອງ​ນັ້ນ​ໄວ້.+ 2 ເຂົາ​ເຈົ້າ​ລ້ອມ​ເມືອງ​ຈົນ​ຮອດ​ປີ​ທີ 11 ທີ່​ເຊເດກີຢາ​ປົກຄອງ.

  • ເອຊາຢາ 29:3
    ຄຳພີໄບເບິນສະບັບແປໂລກໃໝ່
    •  3 ອາຣີເອນ​ເອີ້ຍ ເຮົາ​ຈະ​ລ້ອມ​ເຈົ້າ​ໄວ້ທຸກ​ດ້ານ​ເພື່ອ​ຕໍ່ສູ້​ເຈົ້າ.

      ເຮົາ​ຈະ​ເອົາ​ໄມ້​ປາຍ​ແຫຼມ​ໆ​ເຮັດ​ຮົ້ວ​ອ້ອມ​ເຈົ້າ​ໄວ້.

      ເຮົາ​ຈະ​ເຮັດ​ໂນນ​ຢູ່​ກຳແພງ​ເມືອງ​ເພື່ອ​ໂຈມຕີ​ເຈົ້າ.+

  • ເຢເຣມີຢາ 39:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 39 ໃນ​ປີ​ທີ 10 ຂອງ​ເດືອນ​ທີ 9 ທີ່​ເຊເດກີຢາ​ເປັນ​ກະສັດ​ປົກຄອງ​ຢູດາ ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ໄດ້​ຍົກ​ກອງທັບ​ມາ​ຕໍ່ສູ້​ເມືອງ​ເຢຣູຊາເລັມ​ແລະ​ລ້ອມ​ເມືອງ​ນີ້​ໄວ້.+

  • ເອເຊກຽນ 4:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 4 “ລູກ​ມະນຸດ ໃຫ້​ເອົາ​ດິນຈີ່​ກ້ອນ​ໜຶ່ງ​ມາ​ວາງ​ໄວ້​ຢູ່​ຕໍ່​ໜ້າ​ເຈົ້າ ແລ້ວ​ໃຫ້​ເຈົ້າ​ແກະ​ສະຫຼັກ​ຮູບ​ເມືອງ​ເຢຣູຊາເລັມ​ໃສ່​ດິນຈີ່​ກ້ອນ​ນັ້ນ. 2 ໃຫ້​ເຮັດ​ກຳແພງ​ລ້ອມ​ເມືອງ​ນັ້ນ+​ແລະ​ເຮັດ​ໂນນ​ຈຸ​ກຳແພງ.+ ໃຫ້​ຕັ້ງ​ຄ້າຍ​ອ້ອມ​ແລະ​ເອົາ​ເຄື່ອງ​ຈັກ​ທີ່​ທຳລາຍ​ກຳແພງ​ມາ​ອ້ອມ​ໄວ້.+

  • ເອເຊກຽນ 21:21, 22
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ຢູ່​ທາງ​ແຍກ​ນັ້ນ ກະສັດ​ບາບີໂລນ​ຈະ​ໃຊ້​ການ​ທຳນາຍ​ເພື່ອ​ເລືອກ​ວ່າ​ຈະ​ໄປ​ທາງ​ໃດ. ລາວ​ຈະ​ສັ່ນ​ລູກ​ທະນູ ຖາມ​ຮູບ​ບູຊາ* ແລະ​ເບິ່ງ​ຕັບ​ສັດ. 22 ແນວ​ສ່ຽງ​ທາຍ​ທີ່​ຢູ່​ມື​ເບື້ອງ​ຂວາ​ຂອງ​ລາວ​ຊີ້​ບອກ​ວ່າ​ເຂົາເຈົ້າ​ຕ້ອງ​ໄປ​ເມືອງ​ເຢຣູຊາເລັມ. ເຂົາເຈົ້າ​ຈະ​ຕ້ອງ​ຕັ້ງ​ເຄື່ອງຈັກ​ທີ່​ທຳລາຍ​ກຳແພງ ອອກ​ຄຳສັ່ງ​ໃຫ້​ຂ້າ​ຄົນ ໃຫ້​ສັນຍານ​ອອກ​ໄປ​ຕໍ່ສູ້ ຕັ້ງ​ເຄື່ອງຈັກ​ເພື່ອ​ທຳລາຍ​ປະຕູ​ເມືອງ ເຮັດ​ໂນນ ແລະ​ເຮັດ​ກຳແພງ​ອ້ອມ​ເມືອງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌