-
ເຢເຣມີຢາ 6:22ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ພະເຢໂຫວາເວົ້າອີກວ່າ:
“ເບິ່ງແມ້ ຊາດໜຶ່ງຈະມາຈາກແຜ່ນດິນທີ່ຢູ່ທາງເໜືອ
ແລະຊາດທີ່ຍິ່ງໃຫຍ່ຈະຖືກປຸກມາຈາກບ່ອນທີ່ໄກທີ່ສຸດຂອງໂລກ.+
-
-
ເຢເຣມີຢາ 25:9ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ພະເຢໂຫວາບອກວ່າ “ເຮົາຈະເອີ້ນທຸກຄອບຄົວຂອງປະເທດຕ່າງໆທີ່ຢູ່ທາງເໜືອ+ແລະເອີ້ນເນບູກາດເນັດຊາກະສັດຂອງບາບີໂລນທີ່ເປັນຜູ້ຮັບໃຊ້ຂອງເຮົາມາ.+ ເຮົາຈະໃຫ້ເຂົາເຈົ້າມາຕໍ່ສູ້ແຜ່ນດິນນີ້+ ຄົນທີ່ຢູ່ແຜ່ນດິນນີ້ ແລະຊາດຕ່າງໆທີ່ຢູ່ອ້ອມຂ້າງແຜ່ນດິນນີ້.+ ເຮົາຈະທຳລາຍພວກເຈົ້າແລະຊາດເຫຼົ່ານີ້. ຜູ້ຄົນຈະຕົກໃຈແລະເຍາະເຍີ້ຍ*ເມື່ອເຫັນພວກເຈົ້າ ແລະແຜ່ນດິນນີ້ຈະກາຍເປັນຊາກຫັກພັງຕະຫຼອດໄປ.
-