-
2 ຂ່າວຄາວ 36:15, 16ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າໄດ້ໃຫ້ຜູ້ສົ່ງຂ່າວຂອງເພິ່ນມາເຕືອນເຂົາເຈົ້າຫຼາຍເທື່ອ ຍ້ອນເພິ່ນອີ່ຕົນປະຊາຊົນຂອງເພິ່ນແລະບໍ່ຢາກໃຫ້ວິຫານຖືກທຳລາຍ. 16 ແຕ່ເຂົາເຈົ້າເຍາະເຍີ້ຍຜູ້ສົ່ງຂ່າວຂອງພະເຈົ້າທ່ຽງແທ້+ ດູຖູກຄຳເຕືອນຂອງເພິ່ນ+ ແລະດູຖູກຜູ້ພະຍາກອນຂອງເພິ່ນ+ ພະເຢໂຫວາຈຶ່ງໃຈຮ້າຍໃຫ້ເຂົາເຈົ້າຫຼາຍ+ຈົນບໍ່ມີວິທີທີ່ຈະຊ່ວຍເຂົາເຈົ້າໄດ້.
-
-
ເຢເຣມີຢາ 25:3, 4ຄຳພີໄບເບິນສະບັບແປໂລກໃໝ່
-
-
3 “ຕັ້ງແຕ່ປີທີ 13 ທີ່ກະສັດໂຢສີຢາ+ລູກຊາຍຂອງອາໂມນປົກຄອງຢູດາຈົນຮອດທຸກມື້ນີ້ກໍໄດ້ 23 ປີແລ້ວ ພະເຢໂຫວາໄດ້ເວົ້າກັບຂ້ອຍຕະຫຼອດ ແລະຂ້ອຍກໍເວົ້າກັບພວກເຈົ້າເທື່ອແລ້ວເທື່ອອີກ* ແຕ່ພວກເຈົ້າກໍບໍ່ຍອມຟັງ.+ 4 ພະເຢໂຫວາໄດ້ສົ່ງພວກຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເພິ່ນມາຫາພວກເຈົ້າຫຼາຍເທື່ອແລ້ວ* ແຕ່ພວກເຈົ້າກໍບໍ່ສົນໃຈແລະບໍ່ຍອມຟັງເລີຍ.+
-