-
ພະບັນຍັດ 12:29-31ຄຳພີໄບເບິນສະບັບແປໂລກໃໝ່
-
-
29 ເມື່ອພະເຢໂຫວາພະເຈົ້າຂອງເຈົ້າຂັບໄລ່ຊາດຕ່າງໆອອກໄປຈາກແຜ່ນດິນທີ່ພວກເຈົ້າເຂົ້າໄປຍຶດເອົາ+ ແລະເຈົ້າໄດ້ຢູ່ຫັ້ນແລ້ວ. 30 ໃຫ້ເຈົ້າລະວັງ ຢ່າຕິດກັບດັກຫຼັງຈາກທີ່ພວກເຂົາອອກໄປແລ້ວ. ຢ່າຖາມກ່ຽວກັບພະເຈົ້າຂອງພວກເຂົາວ່າ ‘ແຕ່ກີ້ຊາດທີ່ເຄີຍຢູ່ນີ້ນະມັດສະການພະເຈົ້າຂອງພວກເຂົາແນວໃດ? ຂ້ອຍກະຊິເຮັດຄືກັນ.’+ 31 ຫ້າມເອົາວິທີນະມັດສະການພະເຈົ້າຂອງພວກເຂົາມາໃຊ້ນະມັດສະການພະເຢໂຫວາພະເຈົ້າຂອງເຈົ້າ. ພະເຢໂຫວາກຽດຊັງທຸກສິ່ງທີ່ພວກເຂົາເຮັດໃຫ້ພະເຈົ້າຂອງພວກເຂົາ. ພວກເຂົາເຖິງຂັ້ນວ່າເອົາລູກຊາຍລູກສາວຂອງໂຕເອງໄປເຜົາໃຫ້ພະເຈົ້າເຫຼົ່ານັ້ນ.+
-
-
ເອເຊກຽນ 20:31ຄຳພີໄບເບິນສະບັບແປໂລກໃໝ່
-
-
31 ພວກເຈົ້າເຮັດໃຫ້ໂຕເອງບໍ່ສະອາດຈົນຮອດທຸກມື້ນີ້ໂດຍເຜົາເຄື່ອງບູຊາໃຫ້ຮູບບູຊາທີ່ເປັນຕາຂີ້ດຽດ ແລະເອົາລູກຂອງພວກເຈົ້າໄປເຜົາເປັນເຄື່ອງບູຊາແມ່ນບໍ?+ ພວກອິດສະຣາເອນເອີ້ຍ ຄັນເປັນແນວນີ້ ເຮົາຄວນຕອບພວກເຈົ້າບໍ?”’+
ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາສາບານວ່າຕາບໃດທີ່ເຮົາຍັງມີຊີວິດຢູ່ ເຮົາຈະບໍ່ຕອບພວກເຈົ້າ.+
-