-
ພະບັນຍັດ 4:19ຄຳພີໄບເບິນສະບັບແປໂລກໃໝ່
-
-
19 ເມື່ອພວກເຈົ້າເງີຍໜ້າຂຶ້ນເບິ່ງຟ້າແລະເຫັນຕາເວັນ ເດືອນ ແລະດາວຕ່າງໆເຊິ່ງເປັນສິ່ງທີ່ຢູ່ເທິງຟ້າ ຢ່າຫຼົງໄປຂາບໄຫວ້ຫຼືນະມັດສະການສິ່ງເຫຼົ່ານັ້ນ.+ ພະເຢໂຫວາພະເຈົ້າຂອງພວກເຈົ້າໃຫ້ສິ່ງເຫຼົ່ານັ້ນກັບທຸກຄົນໃນໂລກ.
-
-
ເຊຟານີຢາ 1:4, 5ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ເຮົາຈະລົງໂທດຢູດາ
ແລະທຸກຄົນໃນເຢຣູຊາເລັມ.
ເຮົາຈະທຳລາຍທຸກສິ່ງທີ່ເຫຼືອຢູ່*ຂອງພະບາອານໃຫ້ໝົດໄປຈາກບ່ອນນີ້.+
ເຮົາຈະເຮັດໃຫ້ທຸກຄົນບໍ່ຈື່ຊື່ພວກປະໂລຫິດຂອງພະເຈົ້າປອມກັບພວກປະໂລຫິດທີ່ນະມັດສະການຮູບບູຊາ.+
5 ເຮົາຈະທຳລາຍຄົນທີ່ຂາບໄຫວ້ດາວຕ່າງໆທີ່ຢູ່ໃນທ້ອງຟ້າ.*+
ເຮົາຈະທຳລາຍຄົນທີ່ນະມັດສະການພະເຢໂຫວາແລະສາບານວ່າຈະພັກດີຕໍ່ເຮົາ+
ແຕ່ກໍໄປສາບານວ່າຈະພັກດີຕໍ່ພະມັນກາມນຳ.+
-