-
ເຢເຣມີຢາ 14:14ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ພະເຢໂຫວາເວົ້າກັບຂ້ອຍວ່າ: “ພວກຜູ້ພະຍາກອນກຳລັງພະຍາກອນຕົວະໂດຍໃຊ້ຊື່ຂອງເຮົາ.+ ເຮົາບໍ່ໄດ້ສົ່ງເຂົາເຈົ້າໄປ ບໍ່ໄດ້ສັ່ງເຂົາເຈົ້າໃຫ້ເວົ້າແນວນັ້ນ ແລະບໍ່ໄດ້ເວົ້າກັບເຂົາເຈົ້າເລີຍ.+ ສິ່ງທີ່ເຂົາເຈົ້າບອກເຈົ້າເປັນນິມິດຂີ້ຕົວະ ເປັນຄຳທຳນາຍທີ່ບໍ່ມີປະໂຫຍດ ແລະເປັນເລື່ອງຫຼອກລວງທີ່ເຂົາເຈົ້າຄິດຂຶ້ນມາເອງ.*+
-
-
ເຢເຣມີຢາ 27:15ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ພະເຢໂຫວາບອກວ່າ ‘ເຮົາບໍ່ໄດ້ສົ່ງເຂົາເຈົ້າມາ ແຕ່ເຂົາເຈົ້າພະຍາກອນເລື່ອງຕົວະໂດຍອ້າງຊື່ຂອງເຮົາ ຍ້ອນແນວນີ້ ເຮົາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍແລະຕາຍໄປ ທັງພວກເຈົ້າແລະພວກຜູ້ພະຍາກອນທີ່ພະຍາກອນໃຫ້ພວກເຈົ້າຟັງ.’”+
-
-
ເຢເຣມີຢາ 29:8, 9ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ເຮົາເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າວ່າ “ຢ່າໃຫ້ພວກຜູ້ພະຍາກອນແລະພວກໝໍມໍຫຼອກພວກເຈົ້າ+ ແລະຢ່າໄປຟັງຄວາມຝັນທີ່ເຂົາເຈົ້າເລົ່າໃຫ້ພວກເຈົ້າຟັງ 9 ‘ຍ້ອນເຂົາເຈົ້າພະຍາກອນເລື່ອງຕົວະໂດຍອ້າງຊື່ຂອງເຮົາ. ເຮົາບໍ່ໄດ້ສົ່ງເຂົາເຈົ້າມາ.’+ ພະເຢໂຫວາເວົ້າໄວ້ແນວນີ້.”’
-