-
ເຢເຣມີຢາ 51:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ບາບີໂລນເຄີຍເປັນຈອກຄຳທີ່ຢູ່ໃນມືຂອງພະເຢໂຫວາ.
ມັນໄດ້ເຮັດໃຫ້ທົ່ວທັງໂລກເມົາ.
-
-
ເອເຊກຽນ 23:32-34ຄຳພີໄບເບິນສະບັບແປໂລກໃໝ່
-
-
32 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ
‘ເຈົ້າຈະກິນຈາກຈອກທີ່ໃຫຍ່ໆຂອງເອື້ອຍເຈົ້າ.+
ເຈົ້າຈະຖືກຄົນເຍາະເຍີ້ຍແລະຫົວຂວັນໃສ່. ຈອກນັ້ນເຕັມແຕ່ການເຍາະເຍີ້ຍ.+
33 ເຈົ້າຈະກິນຈາກຈອກຂອງຊາມາເຣຍທີ່ເປັນເອື້ອຍຂອງເຈົ້າ
ແລະເຈົ້າຈະກິນຈົນເມົາແລະໂສກເສົ້າ.
ເຈົ້າຈະຮ້າງເປົ່າແລະຈະເປັນບ່ອນທີ່ເປັນຕາຢ້ານຫຼາຍ.
34 ເຈົ້າຈະກິນຈາກຈອກນັ້ນຈົນໝົດ+ແລະຍັງຈະແຫ້ນຈອກນັ້ນຕໍ່
ແລ້ວເຈົ້າຈະຈີກເອິກຂອງໂຕເອງດ້ວຍຄວາມໂສກເສົ້າ
“ຍ້ອນເຮົາໄດ້ເວົ້າໄວ້ແລ້ວ.” ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າແບບນີ້.’
-
-
ນາຮູມ 3:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ທຸກຄົນທີ່ເຫັນເຈົ້າຈະໜີຈາກເຈົ້າ+ແລະເວົ້າວ່າ
‘ເມືອງນີເນເວຖືກທຳລາຍແລ້ວ
ຜູ້ໃດຈະອີ່ຕົນເມືອງນີ້?’
ເຮົາຈະຫາຜູ້ປອບໃຈໃຫ້ເຈົ້າໄດ້ຈາກໃສ?
-
-
ນາຮູມ 3:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ນີເນເວຈະເປັນຄືກັບຄົນເມົາ.+
ເຈົ້າຈະໜີໄປລີ້.
ເຈົ້າຈະຫາບ່ອນຫຼົບໄພເພື່ອໃຫ້ລອດຈາກສັດຕູ.
-